6 ເດືອນ ເມືອງດາກຈຶງ ສົ່ງອອກສິນຄ້າບັນລຸ 6 ຕື້ກວ່າກີບ
ດ້ວຍທ່າແຮງດ້ານທີ່ຕັ້ງບວກຄວາມອຸດົມສົມບູນຂອງພື້ນທີ່ເຮັດໃຫ້ການຜະລິດ ແລະການປູກພືດເປັນສິນຄ້າຂອງປະຊາຊົນເປັນຂະບວນຟົດຟື້ນ ແລະຫັນມາສູ່ການຜະລິດເປັນສິນຄ້າຫຼາຍຂຶ້ນ ໂດຍໃນ 6 ເດືອນຕົ້ນປີ 2021 ສາມາດປະຕິບັດຕົວເລກການສົ່ງອອກໄດ້ 6,6 ຕື້ກວ່າກີບ ຫຼື ເທົ່າກັບ 78% ຂອງແຜນການປີ ເຊິ່ງເປັນຜົນສໍາເລັດໃໝ່ທີ່ຄວນເສີມຂະຫຍາຍ.
ທ່ານ ໄລສວນ ມິດສຸວັນ ເລຂາພັກເມືອງ, ເຈົ້າເມືອງໆດາກຈຶງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນຕົ້ນປີ 2021 ວ່າ: ຄະນະພັກ-ອົງການປົກຄອງເມືອງ ກໍຄືຂະແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫຼາຍຂຶ້ນ ໂດຍສະເພາະພືດທີ່ເປັນທ່າແຮງຂອງເມືອງ ແລະຕະຫຼາດຕ້ອງການຄື: ໂສມ, ກາເຟ, ມັນຕົ້ນ, ສາລີ ແລະອື່ນໆຕິດພັນກັບການສ້າງເງື່ອນໄຂ ແລະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດໃນລົງທຶນສ້າງຕັ້ງໂຮງງານປຸງແຕ່ງ ແລະຂະຫຍາຍກິດຈະການຂອງຕົນໃຫ້ກວ້າງອອກ ໂດຍຕິດພັນກັບການນໍາໃຊ້ວັດຖຸດິບພາຍໃນ, ປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ ເພື່ອຍູ້ແຮງການພັດທະນາເສດຖະກິດ ແລະການສົ່ງອອກໃຫ້ບັນລຸຕາມແຜນການ.
ຈາກເງື່ອນໄຂ ແລະສິ່ງເອື້ອອໍານວຍຕ່າງໆໄດ້ສົ່ງຜົນເຮັດໃຫ້ການຜະລິດ ແລະການປູກພືດເປັນສິນຄ້າຂອງປະ ຊາຊົນເມືອງດາກຈຶງເປັນຂະບວນຟົດຟື້ນ ຊຶ່ງເຮັດໃຫ້ຕົວເລກການສົ່ງອອກສິນຄ້າໃນ 6 ເດືອນຕົ້ນປີ 2021 ບັນລຸເຖິງ 6,6 ຕື້ກວ່າກີບເທົ່າກັບ 78% ຂອງແຜນການປີ, ສ່ວນການນໍາເຂົ້າປະຕິບັດໄດ້ 1,4 ຕື້ກີບເທົ່າກັບ 44% ຂອງແຜນການປີ, ໃນນີ້ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນຜົນຜະລິດກະສິກຳ ແລະເຄື່ອງປ່າຂອງດົງ.
ທ່ານ ໄລສວນ ມິດສຸວັນ ຍັງໃຫ້ຮູ້ອີກວ່າ: ນອກຈາກເອົາໃຈໃສ່ຄຸ້ມຄອງການນໍາເຂົ້າ-ສົ່ງອອກແລ້ວ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນເມືອງ ຕິດພັນກັບການສົ່ງເສີມການແລກປ່ຽນຊື້-ຂາຍສິນຄ້າລຽບຕາມຊາຍແດນລາວ-ຫວຽດ ເຊິ່ງມີມູນຄ່າຊື້-ຂາຍທັງໝົດ 295 ລ້ານກີບປະຕິບັດໄດ້ 15% ຂອງແຜນການປີ.
---------------------------------
(ຂ່າວ-ພາບ: ແກ້ວໄຊຍະວົງ)