6 ເດືອນ ເມືອງດາກຈຶງ ສົ່ງອອກສິນຄ້າບັນລຸ 6 ຕື້ກວ່າກີບ
ດ້ວຍທ່າແຮງດ້ານທີ່ຕັ້ງບວກຄວາມອຸດົມສົມບູນຂອງພື້ນທີ່ເຮັດໃຫ້ການຜະລິດ ແລະການປູກພືດເປັນສິນຄ້າຂອງປະຊາຊົນເປັນຂະບວນຟົດຟື້ນ ແລະຫັນມາສູ່ການຜະລິດເປັນສິນຄ້າຫຼາຍຂຶ້ນ ໂດຍໃນ 6 ເດືອນຕົ້ນປີ 2021 ສາມາດປະຕິບັດຕົວເລກການສົ່ງອອກໄດ້ 6,6 ຕື້ກວ່າກີບ ຫຼື ເທົ່າກັບ 78% ຂອງແຜນການປີ ເຊິ່ງເປັນຜົນສໍາເລັດໃໝ່ທີ່ຄວນເສີມຂະຫຍາຍ.
ຖວທ ເຊກອງ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ
ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງພະແນກຖະແຫຼງຂ່າວ, ວັດ ທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ສິງຫາ 2021 ນີ້ ໂດຍການເປັນປະທານຂອງທ່ານ ບູ່ໄຊ ໄຊຍະເສນ ກໍາມະການພັກແຂວງ, ຫົວໜ້າພະແນກ ຖວທ ແຂວງ; ພ້ອມນີ້ ກໍມີທ່ານ ບຸນຫຼາຍ ບຸດທິ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນໍາຂັ້ນແຂວງ, ຄະນະພັກ-ຄະນະພະແນກ ແລະພະນັກງານ-ລັດ ຖະກອນພາຍໃນພະແນກ ຖວທ ແຂວງເຂົ້າຮ່ວມ.
ພະແນກສຶກສາ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ
ໃນວັນທີ 9 ສິງຫາ 2021 ນີ້ ພະແນກສຶກສາທິການ ແລະກິລາ (ສສກ) ແຂວງເຊກອງ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ,
ເຊກອງ ມອບ-ຮັບ ໂຄງການກໍ່ສ້າງສູນການຄ້າ
ພິທີ ມອບ-ຮັບ (ຖາວອນ) ໂຄງການກໍ່ສ້າງສູນການຄ້າ ແຂວງເຊກອງ ລະຫວ່າງ ບໍລິສັດ ສອນກໍ່ສ້າງ ແລະສອມແປງເຄຫາສະຖານ ຈໍາກັດຜູ້ດຽວ ແລະ ພະແນກອຸດສາຫະກຳ ແລະການຄ້າແຂວງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 4 ສິງຫາ 2021 ນີ້
ເມືອງດາກຈຶງ ຜະລິດເຂົ້ານາງແຊງໄດ້ 770 ກວ່າໂຕນ
ໃນລະດູການຜະລິດເຂົ້ານາແຊງປີ 2021 ເມືອງດາກຈຶງສາມາດປັກດໍານາແຊງໄດ້ທັງໝົດ 203,9 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 774,82 ໂຕນ. ສ່ວນນາປີແມ່ນໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ 1
ຄອບຄົວອະດີດປະທານປະເທດມອບເງິນ 50 ລ້ານ ຊ່ວຍເຊກອງຕ້ານໂຄວິດ-19
ວັນທີ 4 ສິງຫາ 2021 ທີ່ຫ້ອງວ່າການແຂວງເຊກອງ ຄອບຄົວທ່ານ ບຸນຍັງ ວໍລະຈິດ ອະດີປະ ເທດປະເທດແຫ່ງ ສປປ ລາວ ໄດ້ມອບເງິນມູນຄ່າ 50 ລ້ານກີບ ເພື່ອປະກອບສ່ວນໃຫ້ອົງການປົກ ຄອງແຂວງເຊກອງນໍາໃຊ້ເຂົ້າໃນການປ້ອງກັນ,ຄວບ ຄຸມ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.