ເຊກອງ-ກວາງນາມ ຈະຍົກສູງການ ຮ່ວມມືດ້ານແຜນການ ແລະການລົງ ທຶນ
ຂ່າວ : ສັນຍາ
ໃນທ້ານເດືອນຕຸລາຜ່ານມາ ທ່ານ ສາກົນ ພອນປະ ເສີດ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງເຊກອງ ສປປ ລາວ ພ້ອມຄະນະໄດ້ເດີນ ທາງໄປຮ່ວມເຮັດວຽກ ແລະແລກປ່ຽນບົດຮຽນ ກັບພະແນກແຜນການ ແລະການລົງທຶນແຂວງ ກວາງນາມ ສສ ຫວຽດນາມ ໂດຍມີທ່ານ ດັ້ງ ຟອງ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງກວາງນາມ ພ້ອມດ້ວຍຄະນະໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ເມືອງກະລຶມ ເລີ່ມເສຍຄ່າທາງ ແລະພາສີທີ່ດິນ ຜ່ານທະນາຄານ
ຂ່າວ : ສັນຍາ
ວັນທີ 24 ຕຸລາ 2019 ສ່ວຍສາອາກອນ, ເຈົ້າໜ້າ ທີ່ຕໍາຫຼວດຈາລະຈອນ, ທະນາຄານການຄ້າຕ່າງປະ ເທດລາວມະຫາຊົນ (ທຄຕລ) ສາຂາເຊກອງ ແລະຫ້ອງການໆເງິນເມືອງກະລຶມໄດ້ຮ່ວມກັນຈັດພິ ທີເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງກັບທີ່ ຜ່ານລະບົບທະນາຄານຂຶ້ນຢູ່ຈຸດບ້ານແກ້ງກຸຍເມືອງ ກະລຶມ ໂດຍມີທ່ານ ສາຍຄໍາ ແກ້ວບຸນປານ ຮອງເຈົ້າເມືອງ ກະລຶມ, ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນແຂວງ, ທ່ານ ພັນໂທ ຊຽງກອງແກ້ວ ບຸດດາເຮືອງ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ, ທ່ານ ສີບັງອອນ ດາລາວົງ ຫົວໜ້າຫ້ອງການໆເງິນເມືອງ; ພ້ອມນີ້ ກໍມີຜູ້ຕາງໜ້າ ທຄຕລ ສາຂາເຊກອງ ແລະພາກກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກແຂວງເຊກອງເລື່ອນ ສະມາຊິກພັກສໍາຮອງຂຶ້ນສົມບູນ
ຂ່າວ : ສັນຍາ
ໜ່ວຍພັກຄະນະກວດກາພັກ-ລັດແຂວງເຊກອງໄດ້ ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກ ພັກສົມບູນຈໍານວນ 2 ສະຫາຍຂຶ້ນໃນວັນທີ 1 ພະ ຈິກ 2019 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງສະຫາຍນາງ ຈັນຫອມ ມະຫາໄຊ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກແຂວງ; ພ້ອມນີ້ ກໍມີບັນດາ ສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກ ຖືກເຊີນ ແລະສະມາຊິກພັກ ສົມ ບູນ-ສໍາຮອງເຂົ້າຮ່ວມ.
ເມືອງລະມາມ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸແຜນ
ຂ່າວ : ສັນຍາ
ປີ 2019 ເມືອງລະມາມ ໄດ້ຮັບມອບໝາຍໃຫ້ ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 4,49 ຕື້ກວ່າກີບ ເຊິ່ງມາຮອດປັດຈຸບັນ ສາມາດຈັດ ເກັບລາຍຮັບໄດ້ແລ້ວ 3,2 ຕື້ກວ່າກີບ ເທົ່າ ກັບ 74,4% ຂອງແຜນການປີ, ສ່ວນເວ ລາທີ່ເຫຼືອອີກ 3 ເດືອນທ້າຍປີ ເມືອງຈະຕ້ອງ ສຸມທຸກກໍາລັງແຮງ ເພື່ອເກັບລາຍຮັບໃຫ້ບັນລຸເປົ້າ ໝາຍແຜນການທີ່ວາງໄວ້.
ເມືອງກະລຶມຂຸ້ນຂ້ຽວເກັບລາຍຮັບ ໃຫ້ບັນລຸແຜນ, ດຽວນີ້ໄດ້ 68%
ຂ່າວ : ສັນຍາ
ຜ່ານໄປ 3 ໄຕມາດ ເມືອງກະລຶມ ສາມາດ ຈັດຕັ້ງປະຕິບັດການເກັບລາຍຮັບໄດ້ແລ້ວເກືອບ 3 ຕື້ກວ່າກີບ, ຮອດຂະນະນີ້ຍັງເຫຼືອເວລາອີກ 3 ເດືອນແຕ່ເມືອງຈະເອົາໃຈໃສ່ເກັບໃຫ້ບັນລຸໄດ້ຕາມ ຕົວເລກແຜນປີ 4,3 ຕື້ກວ່າກີບ.
9 ເດືອນ ແຂວງເຊກອງເກັບຄ່າທໍາ ນຽມທາງໄດ້ເກືອບ 70%
ຂ່າວ : ສັນຍາ
ການເກັບລາຍຮັບຄ່າທໍານຽມທາງປະຈໍາປີ 2019 ຢູ່ ແຂວງເຊກອງໃນ 9 ເດືອນຜ່ານມາສາມາດເກັບ ໄດ້ແລ້ວເກືອບ 70% ຈາກຕົວເລກແຜນໝົດປີທີ່ ໄດ້ຮັບມອບໝາຍຈາກກະຊວງການເງິນ ກໍຄືກົມ ສ່ວຍສາອາກອນຈໍານວນທັງໝົດ 564,36 ລ້ານ ກີບ.