ເຊກອງສຸມໃສ່ແກ້ໄຂຄວາມທຸກຍາກ ໃຫ້ຫຼຸດລົງເທື່ອລະກ້າວ
ຂ່າວ: ພຸດທະສອນ
ວັນທີ 11 ທັນວາ 2019 ທີ່ຫ້ອງປະຊຸມພະແນກ ກະສິກຳ ແລະ ປ່າໄມ້ແຂວງ ກຳມະບານຮາກຖານ ພັດທະນາຊົນນະບົດ ແລະສະຫະກອນໄດ້ໄຂກອງ ປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ແລະ ສໍາເລັດລົງ ໃນວັນດຽວກັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາ ຫວາງ ຈັນທະວົງ ຄະນະບໍລິຫານງານສະຫະພັນ ກຳມະບານແຂວງ, ຮອງປະທານສະຫະພັນ ກຳມະ ບານພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ຄໍາແດງ ໄຊຍະສິງ ປະທານກວດກາຫນ່ວຍພັກພັດ ທະນາຊົນນະບົດ ແລະ ສະຫະກອນ, ມີຄະນະປະ ທານກຳມະບານຮາກຖານດັ່ງກ່າວ,ພ້ອມດ້ວຍແຂກ ຖືກເຊີນ ແລະສະມາຊິກກຳມະບານເຂົ້າຮ່ວມ.
ເມືອງລະມາມ ກຽມຈັດບຸນຊ່ວງ ເຮືອປະເພນີ
ຂ່າວ : ສັນຍາ
ງານບຸນຊ່ວງເຮືອປະເພນີທີ່ຕິດພັນກັບການສະເຫຼີມ ສະຫຼອງວັນຊາດທີ 2 ທັນວາຄົບຮອບ 44 ປີທີ່ ເມືອງລະມາມແຂວງເຊກອງປີນີ້ ຈະຈັດຂຶ້ນໃນວັນ ທີ 1 ທັນວານີ້, ຂະນະທີ່ອໍານາດການປົກຄອງ ເມືອງເປີດເຜີຍວ່າ ຈະມີເຮືອກວ່າ 20 ລໍາເຂົ້າ ຮ່ວມແຂ່ງຂັນ ພ້ອມງານວາງສະແດງສິນຄ້າທີ່ຫຼາກ ຫຼາຍ, ທັງນີ້ ກໍເພື່ອເປັນການສ້າງຄວາມ ປະທັບ ໃຈໃຫ້ກັບບັນດາແຂກ ກໍຄືນັກທ່ອງທ່ຽວທີ່ເຂົ້າ ຊົມຕະຫຼອດງານໄດ້ຕິດອົກຕິດໃຈກວ່າຄັ້ງຜ່ານໆມາ.
ສ່ວຍສາອາກອນແຂວງເຊກອງເກັບ ລາຍຮັບໄດ້ 343 ຕື້ກີບ
ຂ່າວ : ສັນຍາ
ໃນໄລຍະຜ່ານມາ ໜ່ວຍພັກສ່ວຍສາອາກອນ ປະຈໍາແຂວງເຊກອງໄດ້ດໍາເນີນການຊີ້ນໍາຈັດຕັ້ງປະ ຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະ ເພາະການເກັບກໍາຂໍ້ມູນດ້ານລາຍຮັບ, ການສ້າງ ແຜນການລາຍຮັບ ແລະການຈັດຕັ້ງປະຕິບັດເກັບ ລາຍຮັບເຂົ້າງົບປະມານຊຶ່ງຜ່ານການເຄື່ອນໄຫວ ສາມາດເກັບລາຍຮັບໄດ້ 343 ຕື້ກວ່າກີບ.
ພະແນກສາທາລະນະສຸກເລື່ອສະມາ ຊິກພັກສໍາຮອງຂຶ້ນສົມບູນ 7 ສະ ຫາຍ
ຂ່າວ : ສັນຍາ
ໜ່ວຍພັກກັນພະຍາດ ແລະສົ່ງເສີມສຸຂະພາບທີ່ ຂຶ້ນກັບຄະນະພັກຮາກຖານຮາກຖານ ພະແນກສາ ທາລະນະສຸກແຂວງເຊກອງ ໄດ້ຈັດພິທີເລື່ອນສະ ມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 7 ສະ ຫາຍ, ຍິງ 4 ສະຫາຍ ໃນວັນທີ 18 ພະຈິກ 2019 ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການ ເຂົ້າຮ່ວມເປັນປະທານຂອງສະຫາຍ ວິສັນ ອິນທະວົງ ກໍາມະການພັກແຂວງ,
ປີນີ້ ແຂວງເຊກອງມີຜູ້ຕິດເຊື້ອໄຂ້ ຍຸງກວ່າ 740 ກໍລະນີ
ຂ່າວ : ສັນຍາ
ພະຍາດໄຂ້ຍຸງລາຍເປັນເຊື້ອພະຍາດທີ່ຮ້າຍແຮງຕໍ່ຊີ ວິດໃນໄລຍະຜ່ານມາແມ່ນມີການລະບາດທີ່ມີໂຕເລກ ສູງກວ່າປີຜ່ານມາ, ແຂວງເຊກອງນັບແຕ່ວັນທີ 1 ມັງ ກອນ 2019 ຮອດປະຈຸບັນອາທິດທີ 41 ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 742 ກໍລະນີແຕ່ບໍ່ມີຜູ້ ເສຍຊີວິດ, ໃນນີ້ຫຼາຍສຸດແມ່ນເມືອງລະມາມມີ 563 ກໍລະນີ.
ຖວທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ ແລະຂອງຊາດ
ຂ່າວ : ສັນຍາ
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວ (ຖວທ) ແຂວງເຊກອງ ໄດ້ຈັດປາຖະກະ ຖາ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຂອງຊາດຄື: ປາຖະກະຖາວັນການທູດລາວຄົບ ຮອບ 74 ປີ; ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວຄົບຮອບ 17 ປີ, ວັນຊາດ ສສ ຫວຽດນາມຄົບຮອບ 74 ປີ ແລະວັນຄູແຫ່ງ ຊາດຄົບຮອບ 25 ປີ, ຂຶ້ນໃນວັນທີ 13 ພະຈິກ 2019 ທີ່ ຖວທ ໂດຍມີສະຫາຍ ບຸນທົງ ຖິ່ນ ດອນໂຂງ ຮອງເລຂາຄະນະພັກຮາກຖານ, ຮອງ ຫົວໜ້າພະແນກ ຖວທ ແຂວງ; ບັນດາສະຫາຍ ຄະນະພັກຮາກຖານ-ຄະນະ ໜ່ວຍພັກ, ຄະນະ ພະແນກ ແລະພະນັກງານວິຊາການພາຍໃນເຂົ້າ ຮ່ວມຮັບຟັງ.