ຄຳເຫັນຂອງຫົວໜ້ພະແນກກ່ຽວກັບເວັບໄຊສ໌
ຄໍາເຫັນ
ຂອງທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ
ຕໍ່ກັບການສ້າງເວັບໄຊ
ໄລຍະຜ່ານມາ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ເວົ້າລວມ, ເວົ້າສະເພາະ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ເຖີງແມ່ນວ່າມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍ ປະການ ແຕ່ດ້ວຍຄວາມຕັດສິນໃຈສູງຂອງຄະນະພັກ, ຄະນະພະແນກ ກໍ່ຄືພະນັກງານວິຊາການ ໄດ້ມີຄວາມພະຍາຍາມປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ໄດ້ເຮັດບົດບາດສຳຄັນຍຶດໜັ້ນໃນແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ ເປັນເຄື່ອງມືອັນແຫຼມຄົມຂອງພັກ-ລັດ ປະກອບສ່ວນສຳຄັນເຂົ້າໃນການເຜີຍແຜ່; ຊຸກຍູ້ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ສາມາດຕອບສະໜອງຂໍ້ມູນ-ຂ່າວສານໄດ້ຢ່າງກ້ວາງຂວາງ ວ່ອງໄວ ທັນການຂື້ນກວ່າເກົ່າ, ນອກນັ້ນ ຍັງໄດ້ເຮັດບົດບາດສຳຄັນໃນວຽກງານການເມືອງແນວຄິດ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ ແລະ ຕອບຕ້ານການໂຄສະນາບິດເບືອນ ໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ. ຖັນແຖວພະນັກງານສື່ມວນຊົນ ກໍ່ໄດ້ຮັບການບຳລຸງ-ຍົກລະດັບໃຫ້ສູງຂື້ນກວ່າເກົ່າ; ພື້ນຖານວັດຖຸເຕັກນິກກໍ່ຄ່ອຍໆຫັນປ່ຽນໄປສູ່ຄວາມທັນສະໄໝເທື່ອລະກ້າວ.
ຄຽງຄູ່ກັບຜົນງານອັນດີ ພວກເຮົາຍັງມີຂໍ້ຈໍາກັດຈໍານວນບໍ່ໜ້ອຍ ເປັນຕົ້ນການພັດທະນາພື້ນຖານໂຄງການ ວຽກງານ ຖວທ ຍັງບໍ່ທັນດີເທົ່າທີ່ຄວນ, ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງຍຸກສະໄໝ ໂດຍສະເພາະການພັດທະນາລະ ບົບສື່ມວນຊົນ (ສື່ແບບໃໝ່ ຍັງບໍ່ທັນໄດ້ຮັບການພັດທະນາຕາມຄວາມຕ້ອງການຕົວຈິງຂອງສັງຄົມໃນປະຈຸບັນ); ການປັບປຸງພື້ນຖານວັດຖຸເຕັກນິກ ແລະ ການກໍ່ສ້າງຖັນແຖວພະນັກງານວິຊາການກໍ່ຍັງບໍ່ທັນສາມາດຕອບສະໜອງໄດ້ກັບການຂະຫຍາຍຕົວຂອງວຽກງານຕົວຈິງໃນປັດຈຸບັນ. ເພື່ອຕອບສະໜອງໃຫ້ແກ່ການພັດທະນາວຽກງານ ຖວທ, ຄະນະພັກ, ຄະນະພະແນກ ໄດ້ກໍານົດວິໃສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວຽກງານ ຖວທ ຢ່າງມີຈຸດສຸມ ໂດຍໄດ້ວາງແຜນງານ, ໂຄງການ ໃນແຕ່ລະໄລຍະຢ່າງລະອຽດຈະແຈ້ງ, ໂດຍສະເພາະ ບັນດາແຜນງານ, ໂຄງການພັດທະນາ ລະບົບສື່ມວນຊົນ ໄປຕາມທິດ ຫັນເປັນທັນສະໄໝ ແລະ ການເຊື່ອມໂຍງສາກົນ ເທື່ອລະກ້າວ.
ຍ້ອນການເຫັນໄດ້ ຄວາມໝາຍ-ຄວາມສໍາຄັນ ຂອງວຽກງານດັ່ງກ່າວ ຂັ້ນເທິງຈິ່ງໄດ້ສະໜອງງົບປະມານ ໃຫ້ພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງເຊກອງ ໄດ້ສ້າງເວັບໄຊຂອງຕົນ ຢ່າງເປັນທາງການ ເຊິ່ງນັບວ່າເປັນຜົນສຳເລັດອີກບາດກ້າວໜື່ງ ໃນການພັດທະນາວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງເຊກອງໃນໄລຍະໃໝ່ ເຊິ່ງໄດ້ຕັ້ງຊື່ທາງສັບເຕັກນິກ ວ່າ: www.dict-sekong.gov.la, ຈຸດປະສົງກໍ່ເພື່ອໃຫ້ສັງຄົມສາມາດ ເຂົ້າເຖິງແຫຼ່ງຂໍ້ມູນ-ຂ່າວສານ ໄດ້ຢ່າງວ່ອງໄວ ແລະ ເຂົ້າສູ່ການເຊື່ອມໂຍງດ້ານຂໍ້ມູນຂ່າວ-ສານຢ່າງກ້ວາງຂວາງ ເວົ້າລວມ, ເວົ້າສະເພາະ ເພື່ອໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຮັບຮູ້ຂໍ້ມູນ-ຂ່າວສານ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງເຊກອງ, ລວມທັງການໂຄສະນາເຜີຍແຜ່ມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າ, ໂຄສະນາການທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມແຂວງເຊກອງໃຫ້ນັບມື້ນັບຫຼາຍຂື້ນ.
ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະພັກ, ຄະນະພະແນກ ຖວທ ແຂວງເຊກອງ ຂໍສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ສ້າງຕັ້ງເວັບໄຊຂອງພະແນກ, ຂະແໜງຖະແຫຼງຂ່າວ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຮ່ວມກັນສ້າງເວັບໄຊຂອງພະ ແນກ ຖວທ ແຂວງເຊກອງພວກເຮົາ ໄດ້ສໍາເລັດຜົນຕາມແຜນການ. ດ້ານໂຄງສ້າງ, ຮູບແບບສີສັນ ແລະ ເນື້ອໃນຕ່າງໆຂອງເວັບໄຊນີ້ ຍັງບໍ່ທັນອຸດົມສົມບູນ ເທົ່າທີ່ຄວນ ເຊິ່ງຈະໄດ້ສືບຕໍ່ປັບປຸງ-ແກ້ໄຂເພີ່ມຕື່ມ ເພື່ອໃຫ້ເວັບໄຊຂອງພວກເຮົາ ມີຄວາມສົມບູນຄົບຖ້ວນ ແລະ ກາຍເປັນແຫຼ່ງຂໍ້ມູນ-ຂ່າວສານ ດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອໃຫ້ທຸກຄົນເຂົ້າໃຊ້ບໍລິການໄດ້ທຸກເວລາ, ພວກເຮົາຫວັງຍ່າງຍິ່ງວ່າຈະໄດ້ຮັບຄຳຕຳນິຕິຊົມຈາກບັນດາທ່ານຜູ້ໃຊ້ບໍລິການ, ພວກເຮົາມີຄວາມຍິນດີຮັບເອົາຄໍາຕໍານິຕິຊົມ ເພື່ອໄປປັບປຸງ-ແກ້ໄຂ ແລະ ພັດທະນາ ເວັບໄຊຂອງພວກເຮົາໃຫ້ດີຂື້ນເລື້ອຍໆ.