ກອງວິຊາການວິທະຍຸ-ໂທລະພາບ
ພາລະບົດບາດ-ໜ້າທີ່ ຂອງກອງວິຊາການວິທະຍຸ-ໂທລະພາບ
1.) ທີ່ຕັ້ງ ແລະ ພາລະບົດບາດຂອງກອງວິຊາການວິທະຍຸ-ໂທລະພາບ:
- ກອງວິຊາການວິທະຍຸ-ໂທລະພາບ ແຂວງເຊກອງ ແມ່ນກອງວິຊາການໜຶ່ງ, ໃນໂຄງປະກອບການຈັດຕັ້ງ ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງ ຊື່ຂຽນເປັນຕົວອັກສອນຫຍໍ້ : ( ວຍ-ທພ ), ຂຽນເປັນພາສາຝຣັງ Radio-Television Station, ຂຽນເປັນຕົວອັກສອນຫຍໍ້ TV-RO.
- ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຫົວໜ້າພະແນກ ຖວທ ປະຈຳແຂວງ ໃນການຈັດຕັ້ງ, ການຄຸ້ມຄອງ, ການພັດທະນາວຽກງານວິທະຍຸ-ໂທລະພາບ ເພື່ອຮັບປະກັນໃນການໂຄສະນາ ເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ມີລັກສະນະກວ້າງຂວາງ ທົ່ວເຖິງ;
2.) ໜ້າທີ່ ຂອງກອງວິຊາການວິທະຍຸ-ໂທລະພາບ:
1.) ເຮັດໜ້າທີ່ບົດບາດສຳຄັນ ໃນວຽກງານການເມືອງ-ແນວຄິດ, ປະກອບສ່ວນໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ, ສ່ອງແສງຄວາມມຸ່ງມາດປາດຖະໜາ ແລະ ຂະບວນການ ເຄື່ອນໄຫວຂອງປະຊາຊົນ;
2.) ເຮັດໜ້າທີ່ໃນການປຸກລະດົມ ໃຫ້ທຸກຊັ້ນຄົນໄດ້ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມ ຂອງແຂວງໃນແຕ່ລະໄລຍະ;
3.) ເຮັດໜ້າທີ່ຍົກລະດັບຄວາມຮູ້ ໃຫ້ແກ່ປະຊາຊົນ ແລະ ສ້າງບັນຍາກາດປະຊາທິປະໄຕໃນສັງຄົມ, ສ່ອງແສງວຽກດີຄົນເດັ່ນ ແລະ ປະກອບສ່ວນຕ້ານການປະກົດການຫຍໍ້ທໍ້ຕ່າງໆ;
4.) ຄົ້ນຄວ້າສ້າງແຜນຍຸດທະສາດ ເພື່ອພັດທະນາວຽກງານວິທະຍຸ-ໂທລະພາບ ໃນແຕ່ລະໄລຍະ ແລ້ວນຳສະເໜີຂັ້ນເທິງ ເພື່ອຮັບພິຈາລະນາ;
5.) ຄົ້ນຄວ້າອອກລະບຽບໃນການຄຸ້ມຄອງ ແລະ ນໍາໃຊ້ອຸປະກອນເຕັກໂນໂລຊີ ແລະພາຫານະເພື່ອຮັບປະກັນ ໃຫ້ແກ່ການນໍາໃຊ້ ໃນດ້ານເຕັກນິກວິຊາການເປັນປົກກະຕິ ແລະ ຕໍ່ເນື່ອງ;
6.) ຂຶ້ນແຜນງົບປະມານ ເຄື່ອນໄຫວວຽກງານວິຊາການໃນແຕ່ລະໄລຍະ, ເພື່ອຮັບປະກັນໃຫ້ມີພາບ, ຂ່າວ ແລະ ບົດອອກອາກາດ ທາງວິທະຍຸ-ໂທລະພາບທຸກວັນ;
7.) ສະຫຼຸບ-ສັງລວມ, ລາຍງານການເຄື່ອນໄຫວວຽກງານຮອບດ້ານ ໃນກອງວິຊາການຂອງຕົນ ໃຫ້ພະແນກ ແລະ ຂັ້ນເທິງເປັນປົກກະຕິ ແລະ ທັນເວລາ;
8.) ຄຸ້ມຄອງ, ບໍາລຸງ ກໍ່ສ້າງ, ຊີ້ນໍາ-ນໍາພາພະນັກງານລັດຖະກອນປະຕິບັດວຽກງານວິຊາສະເພາະ ຕາມພາລະບົດບາດຂອງກອງວິຊາການ ແລະປະຕິບັດວຽກງານອື່ນໆ ຕາມທິດຊີ້ນໍາຂອງຂັ້ນເທິງ;
3.) ຂອບເຂດສິດ ຂອງກອງວິຊາການວິທະຍຸ-ໂທລະພາບ:
1.) ມີສິດສະເໜີວຽກງານຮອບດ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກອງວິຊາການ ວິທະຍຸ-ໂທລະພາບ ເພື່ອໃຫ້ພະແນກຮັບພິຈາລະນາ;
2.) ມີສິດຕັດສິດລາຍການກະຈ່າຍສຽງ, ພາບເພື່ອອກອາກາດທຸກວັນແລະປະຕິບັດຕາມທິດຊີ້ນໍາຂອງຫົວ ໜ້າພະແນກຖວທແຂວງແລະສູນກາງ;
3.) ມີສິດແຕ່ງຕັ້ງພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເພື່ອເຄື່ອນໄຫວວຽກງານວິຊາການໃນ ແຕ່ລະວັນແລະລົງລາຍເຊັນຊື່ລັບ, ຊື່ແຈ້ງໃນຄວາມຮັບຜິດຊອບຂອງກອງວິຊາການ;
4.) ມີສິດຄຸ້ມຄອງໂຄງການ ບໍລິຫານຕ່າງໆ ທີ່ພົວພັນເຖິງວຽກງານວິທະຍຸ-ໂທລະພາບ ຕາມການມອບໝາຍຂອງຂັ້ນເທິງ;
5.) ມີສິດປະສານສົມທົບຢ່າງກົມກຽວກັບຂະແໜງການຕ່າງໆ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ເພື່ຂໍທິດຊີ້ນຳໃນທາງທີ່ສ້າງສັນ ແນໃສ່ປັບປຸງວຽກງານວິທະຍຸ-ໂທລະພາບ ໃຫ້ເປັນທີ່ຍອມຮັບຂອງສັງຄົມ
4.) ໂຄງປະກອບ ການຈັດຕັ້ງຂອງກອງວິຊາການ ວິທະຍຸ-ໂທລະພາບ:
ກອງວິຊາການວິທະຍຸ-ໂທລະພາບປະກອບມີຫົວໜ້າກອງວິຊາການ 1 ທ່ານ, ຮອງຫົວໜ້າກອງວິຊາການ 3 ທ່ານ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການ, ເຊິ່ງປະກອບມີ 4 ໜ່ວຍງານ ຄື: ໜ່ວຍງານຂ່າວ; ໜ່ວຍງານລາຍການ; ໜ່ວຍງານເຕັກນິກ ແລະ ໜ່ວຍງານບໍລິຫານ ແລະ ການຕະຫຼາດ.
ລາຍຊື່ພະນັກງານ-ລັດຖະກອນ ກອງວິຊາການວິທະຍຸ-ໂທລະພາບ:
ລ/ດ |
ຊື່ ແລະ ນາມສະກຸນ |
ໜ້າທີ່ຮັບຜິດຊອບ ທີ່ຢູ່ Email ແລະ ເບີໂທລະສັບ |
1 |
ທ່ານ ວິໄລ ອາດພູທອນ |
ຫົວໜ້າກອງວິຊາການ Mobile: 020 Email: |
2 |
ທ່ານ ອາທິວັດ ສຸລິວົງ |
ຮອງຫົວໜ້າກອງວິຊາການ Mobile: 020 5581 6126 Email: |
3 |
ທ່ານ ນ. ແພງຕາ ຈອມພົງ |
ຮອງຫົວໜ້າກອງວິຊາການ Mobile: 020 9517 4143 Email: |
4 |
ທ່ານ ແພງຕາ ຄໍາພູວົງ |
ຮອງຫົວໜ້າກອງວິຊາການ Mobile: 020 5422 4001 Email: |
5 |
ທ່ານ ຂັນຄຳ ແສງຈະເລີນວົງ |
ຫົວໜ້າໜ່ວຍງານຂ່າວ Mobile: 020 Email: |
6 |
ທ່ານ ວິລະກອນ ຄຳວິໄລ |
ຮອງຫົວໜ້າໜ່ວຍງານຂ່າວ Mobile: 020 5550 3434 Email: |
7 |
ທ່ານ ເພັດສົມພອນ ພົມມະສອນ |
ວິຊາການ Mobile: 020 9971 4406 Email: |
8 |
ທ່ານ ນ. ກາດແກ້ວ ໄຊສົງຄາມ |
ວິຊາການ Mobile: 020 9180 5099 Email: |
9 |
ທ່ານ ນ. ມະໄລສີ ພຸດທະວົງ |
ຫົວໜ້າໜ່ວຍງານລາຍການ Mobile: 020 5542 9233 Email: |
10 |
ທ່ານ ນ. ຈາລຸນີ ມຸ້ງສິນ |
ຮອງຫົວໜ້າໜ່ວຍງານລາຍການ Mobile: 020 5649 4883 Email: |
11 |
ທ່ານ ສອນປະສິດ ຫຼໍ່ສົມຫວັງ |
ຮອງຫົວໜ້າໜ່ວຍງານເຕັກນິກ Mobile: 020 5552 7221 Email: |
12 |
ທ່ານ ມິດພະໄຊ ດວງມະລາ |
ຫົວໜ້າໜ່ວຍງານບໍລິຫານ-ການຕະຫຼາດ Mobile: 020 5442 9089 Email: |
13 |
ທ່ານ ນ. ແສງມະນີ ສິດທິລາດ |
ຮອງຫົວໜ້າໜ່ວຍງານບໍລິຫານ-ການຕະຫຼາດ Mobile: 020 9830 9303 Email: |