ຂະແໜງຈັດຕັ້ງ-ພະນັກງານ
ພາລະບົດບາດ-ໜ້າທີ່ຂະແໜງຈັດຕັ້ງ-ພະແນກງານ
1.) ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງຈັດຕັ້ງ-ພະນັກງານ:
ຂະແໜງຈັດຕັ້ງ-ພະນັກງານ ແມ່ນຂະແໜງໜື່ງ ໃນໂຄງປະກອບການຈັດຕັ້ງຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ
ແລະ ທ່ອງທ່ຽວປະຈໍາແຂວງເຊກອງ ( ເອີ້ນຫຍໍ້ວ່າ: ຈຕ), ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພະແນກ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ດ້ານວຽກງານຈັດຕັ້ງ-ພະນັກງານ.
2.) ໜ້າທີ່ ຂອງຂະແໜງຈັດຕັ້ງ-ພະນັກງານ:
1) ຄົ້ນຄ້ວາ, ຮ່າງຄໍາແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານຈັດຕັ້ງ-ພະນັກງານ ໃຫ້ຄະນະພະແນກພິຈາລະນາ.
2) ຄົ້ນຄ້ວາ, ນໍາສະເໜີ ຕໍ່ຄະນະພະແນກກ່ຽວກັບການປັບປຸງພາລະບົດບາດ ແລະ ກໍານົດຕໍາແໜ່ງງານ ພາຍໃນສິດຄຸ້ມຄອງຂອງພະແນກ.
3) ຄົ້ນຄ້ວາ, ນໍາສະເໜີ ຕໍ່ຄະນະພະແນກ ກ່ຽວກັບການແຕ່ງຕັ້ງ ພະນັກງານເຂົ້າດໍາລົງຕໍາແໜ່ງງານບໍລິຫານ ປະເພດຕ່າງໆ ຕາມຂອບເຂດສິດຄຸ້ມຄອງ.
4) ຂື້ນແຜນພັດທະນາ ບໍາລຸວ-ກໍ່ສ້າງພະນັກງານ ໄລຍະສັ້ນ, ໄລຍະຍາວ ແລະ ຄວາມຕ້ອງການລັດຖະກອນໃໝ່ ໃນແຕ່ລະໄລຍະ ເພື່ອບັນຈຸສັບຊ້ອນ ແລະ ຈັດວາງເຂົ້າໃສ່ແຕ່ລະຕໍາແໜ່ງງານພາຍໃນພະແນກ.
5) ພົວພັນ, ສົມທົບ, ຕິດຕາມ, ກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ກໍ່ຄືການປະຕິບັດກົດໝາຍລັດຖະກອນ ແລະ ດໍາເນີນການປະເມີນຜົນໃນແຕ່ລະໄລຍະ.
6) ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ລັດຖະກອນດ້ານຕ່າງໆ ເຊັ່ນ: ການຍົກຍ້າຍອອກ-ຮັບເຂົ້າ, ການອອກຮັບເບ້ຍບໍານານ-ບໍານານ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນ ແລະ ອື່ນໆ.
7) ຄຸ້ມຄອງ, ສັງລວມຂໍ້ມູນ-ສະຖິຕິລັດຖະກອນດ້ານຕ່າງໆ, ຄຸ້ມຄອງຊີວະປະຫວັດ, ສໍາເນົາເອກະສານກ່ຽວກັລຜົນງານລັດຖະກອນ ພາຍໃນຂອບເຂດສິດຄຸ້ມຄອງຂອງພະແນກ.
8) ຕິດຕາມການປະຕິບັດກົດໝາຍລັດຖະກອນ ຂອງພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ.
9) ຂື້ນແຜນ, ສະຫູຸບ ແລະ ລາຍງານວຽກງານຮອບດ້ານຂອງຂະແໜງເປັນປະຈໍາໃນແຕ່ລະໄລຍະ.
3.) ຂອບເຂດສິດ ຂອງຂະແໜງຈັດຕັ້ງ-ພະນັກງານ:
1) ຮ່າງຂໍ້ຕົກລົງ, ຄໍາຮ້ອງ, ຄໍາແນະນໍາ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານຈັດຕັ້ງ-ພະນັກງານ ເພື່ອສະເໜີຄະນະພະແນກ ພິຈາລະນາ.
2) ເຂົ້າຮ່ວມກອງປະຊຸມ ສະເໜີຄໍາຄິດ-ຄໍາເຫັນ ຕໍ່ກອງປະຊຸມພິຈາລະນາ.
3) ສະເໜີປັບປຸງວຽກງານຈັດຕັ້ງ-ພະນັກງານ, ຄຸ້ມຄອງນໍາໃຊ້ ແລະ ປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານພາຍໃນພະແນກ.
4) ຄຸ້ມຄອງ, ນໍາໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ ເຂົ້າໃນວຽກງານຈັດຕັ້ງ-ພະນັກງານ.
5) ປະຕິບັດສິດອື່ນໆຕາມການມອບໝາຍຂອງຄະນະພະແນກ ແລະ ຂັ້ນເທິງ.
4.) ໂຄງປະກອບ ການຈັດຕັ້ງຂອງຂະແໜງຈັດຕັ້ງ-ພະນັກງານ:
ຂະແໜງຈັດຕັ້ງ-ພະນັງານ ປະກອບມີຫົວໜ້າຂະແໜງ 1 ທ່ານ, ຮອງຫົວໜ້າຂະແໜງ 1 ທ່ານ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ ພັກງານວິຊາການ, ເຊິ່ງປະກອບມີ 2 ໜ່ວຍງານ ຄື: ໜ່ວຍງານຈັດຕັ້ງ-ນະໂຍບາຍ ແລະ ໜ່ວຍງານຄຸ້ມຄອງ-ກໍ່ສ້າງພະນັກງານ.
ລາຍຊື່ພະນັກງານ-ລັດຖະກອນ ຂະແໜງຈັດຕັ້ງ-ພະນັກງານ:
ລ/ດ |
ຊື່ ແລະ ນາມສະກຸນ |
ໜ້າທີ່ຮັບຜິດຊອບ |
ທີ່ຢູ່ Email ແລະ ເບີໂທລະສັບ |
1 |
ທ່ານ ...................... |
ຫົວໜ້າຂະແໜງ |
Mobile: 020 ... Email: |
2 |
ທ່ານ ວິໄລສັກ ມອນທະວີ |
ຮອງຫົວໜ້າຂະແໜງ |
Mobile: 020 5462 0449 Email: |
3 |
ທ່ານ ຈັນສະໄໝ ຫຼິ່ນຖະໜອມ |
ວິຊາການ |
Mobile: 020 .. Email: |
4 |
ທ່ານ ປີຊາ ສິງສັກສິດ |
ວິຊາການ |
Mobile: 020... Email: |