ຂະແໜງຖະແຫຼງຂ່າວ
ພາລະບົດບາດ-ໜ້າທີ່ ຂອງຂະແໜງຖະແຫຼງຂ່າວ:
1. ທີ່ຕັ້ງ ແລະ ພາລະບົດບາດຂອງຂະແໜງຖະແຫຼງຂ່າວ:
ຂະແໜງຖະແຫຼງຂ່າວ ແມ່ນໂຄງປະກອບການຈັດຕັ້ງໜື່ງຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈໍາແຂວງເຊກອງ ເຊີ່ງມີຊື່ຫຍໍ້ວ່າ “ຖຂ” ເຊີ່ງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະພະແນກ ຖວທ ໃນການປະຕິບັດໜ້າທີ່ວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຂອບເຂດທົ່ວແຂວງ ແລະ ຫ້ອງການ ຖວທ 4 ເມືອງ ຕາມການແບ່ງຂັ້ນຄຸ້ມຄອງ.
2. ໜ້າທີ່ ຂອງຂະແໜງຖະແຫຼງຂ່າວ:
- ຄົ້ນຄ້ວາຮ່າງບົດແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆທີ່ພົວພັນເຖີງວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ຄະນະພະແນກ ຄົ້ນຄ້ວາພິຈາລະນາ.
- ຄົ້ນຄ້ວາແຜນຍຸດທະສາດການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ຄະນະພະແນກ ພິຈາລະນາ ພ້ອມທັງຈັດຕັ້ງປະຕິບັດຕາມການຕົກລົງ.
- ຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດເຜີຍແຜ່ຄໍາສັ່ງ, ແຈ້ງການ, ຂໍ້ກໍານົດ ແລະ ກົດໝາຍວ່າດ້ວຍສື່ມວນຊົນ ຢູ່ພາຍໃນຂອບເຂດທົ່ວແຂວງເຊກອງ ແລະ ນໍາສະເໜີປະຕິບັດມາດຕາການຕໍ່ຜູ້ລະເມີດ.
- ຄຸ້ຄອງ, ກວດກາພາຫະນະສື່ມວນຊົນຂອງລັດ ແລະ ເອກະຊົນທີ່ເຄື່ອນໄຫວຢູ່ພາຍໃນແຂວງເຊກອງເຊັ່ນ: ວິທະຍຸ-ໂທລະພາບ, ສື່ເອເລັກໂຕນິກອື່ນໆ; ລະບົບຈານດາວທຽມ; ກ້ອງຖ່າຍວີດີໂອ; ກ້ອງຖ່າຍຮູບນີ້ງ ແລະ ສື່ສີ່ງພິມອື່ນໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
- ຄົ້ນຄ້ວາ, ວາງແຜນເຄື່ອນໄຫວເກັບກໍາຂໍ້ມູນຂ່າວ, ເຫດການທີ່ພົ້ນເດັ່ນຕ່າງໆ ເພື່ອໂຄສະນາເຜີຍແຜ່ ຜ່ານພາຫະນະສື່ມວນຊົນປະເພດຕ່າງໆຂອງແຂວງ ແລະ ສູນກາງ ພ້ອມທັງສະຫຼຸບປະເມີນຜົນວຽກງານ ເພື່ອສະເໜີຕໍ່ຄະນະພະແນກ ເປັນປົກກະຕິ ແລະ ທັນເວລາ.
- ຄຸ້ມຄອງ, ອະນຸຍາດການເຄື່ອນໄຫວຂອງນັກຂ່າວ ພາຍໃນ ແລະ ຕ່າງປະເທດ ທີ່ມາເຄື່ອນໄຫວຖ່າຍທໍາ ສາລະຄະດີ; ຖ່າຍທໍາລະຄອນ; ເກັບກໍາຂໍ້ມູນ-ຂ່າວສານ ຢູ່ໃນຂອບເຂດທົ່ວແຂວງເຊກອງ.
- ປຸກລະດົມ ຊຸກຍູ້ບັນດາສໍານັກງານ ອົງການຂອງລັດ; ໂຮງຮຽນ; ໂຮງໝໍ ແລະ ຮາກຖານປະຊາຊົນ ໃນການປັບປຸງ-ກໍ່ສ້າງຕາໜ່າງຂ່າວ ປະຈໍາສໍານັກງານ ແລະ ທ້ອງຖີ່ນ ເພື່ອເກັບກໍາ ແລະ ລາຍງານຂ່າວ ໃຫ້ແກ່ບັນດາສື່ມວນຊົນຂອງແຂວງຢ່າງກ້ວາງຂວາງ ແລະ ທັນເວລາ.
- ຄົ້ນຄ້ວາ ແລະ ນໍາສະເໜີຂໍອະນຸມັດສ້າງຕັ້ງ, ໂຈະ, ຍົກເລີກ ອອກ ແລະ ຖອນໃບອະນຸຍາດ ໃຫ້ຜູ້ປະກອບການທີ່ມາເຄື່ອນໄຫວວຽກງານສື່ມວນຊົນພາຍໃນແຂວງເຊກອງ.
- ຂື້ນແຜນ ແລະ ຈັດຕັ້ງຝຶກອົບຮົມວິຊາການ ດ້ານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ແກ່ພະນັກງານ ລັດຖະກອນ ສື່ມວນຊົນພາຍໃນແຂວງເຊກອງ.
- ຄົ້ນຄ້ວາ ແລະ ປະກອບຄໍາຄິດເຫັນທາງດ້ານວິຊາການ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ປະຕິບັດມາດຕາການຕໍ່ຜູ້ລະເມີດນິຕິກໍາ ດ້ານຖະແຫຼງຂ່າວ-ສື່ມວນຊົນ.
- ຄຸ້ມຄອງ, ສັງລວມຂໍ້ມູນສະຖິຕິດ້ານຖະແຫຼງຂ່າວ-ສື່ມວນຊົນ ໃນທົ່ວແຂວງ ພ້ອມທັງຂື້ນແຜນ ແລະ ສະຫຼຸບວຽກງານຮອບດ້ານ ຂອງຂະແໜງຖະແຫຼງຂ່າວ ເປັນປະຈໍາໃນແຕ່ລະໄລຍະ.
- ຄຸ້ມຄອງ; ບໍາລຸງ-ກໍ່ສ້າງ ແລະ ຊີ້ນໍາ-ນໍາພາພະນັກງານລັດຖະກອນ ປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມພາ ລະບົດບາດຂອງຂະແໜງ ແລະ ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ.
3. ຂອບເຂດສິດ ຂອງຂະແໜງຖະແຫຼງຂ່າວ:
- ອອກແຈ້ງການ ແລະ ໜັງສືກ່ຽວກັບການຄຸ້ມຄອງໃນດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນ ພາຍໃນແຂວງຕາມການເຫັນດີ ຂອງຫົວໜ້າພະແນກ ຖວທ ປະຈໍາແຂວງ.
- ສະເໜີເພື່ອຂໍອະນຸຍາດເຄື່ອນໄຫວໃຫ້ຜູ້ປະກອບການ ທຸລະກິດດ້ານຖະແຫຼງຂ່າວ-ສື່ມວນຊົນ ພາຍໃນແຂວງຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ ແລະ ລົງລາຍເຊັນຊື່ລັບ; ຊື່ແຈ້ງໃນຂອບເຂດຄວາມຮັບຜິດຊອບ ຂອງຂະແໜງການຂອງຕົນ.
- ສະເໜີສ້າງຕັ້ງ ແລະ ລຶບລ້າງບັນດາກົງຈັກການຈັດຕັ້ງ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ ຕໍ່ຫົວໜ້າພະແນກ ຖວທ ປະຈໍາແຂວງ ເພື່ອຂໍອະນຸຍາດແຕ່ງຕັ້ງ ຫຼື ລຶບລ້າງ.
- ເຄື່ອນໄຫວຕາມພາລະບົດບາດຂອງອົງການສື່ມວນຊົນ ໂດຍເຄົາລົບຕໍ່ກົດໝາຍວ່າດ້ວຍສື່ມວນຊົນລາວ ແລະ ປະຕິບັດຕາມທິດຊີ້ນໍາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກຮາກຖານທີ່ຕົນຂື້ນກັບ.
- ພົວພັນກັບບັນດາຂະແໜງການຕ່າງໆອ້ອມຂ້າງພະແນກ, ບັນດາຂະແໜງການຕ່າງໆອ້ອມຂ້າງແຂວງ ແລະ 4 ເມືອງລວມທັງ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ເພື່ອຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ ວຽກງານດ້ານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
- ຄຸ້ມຄອງ ແລະ ກວດກາການນໍາໃຊ້ອຸປະກອນສື່ມວນຊົນທຸກປະເພດ ພ້ອມທັງຕິດຕາມກວດກາການປະຕິບັດໜ້າທີ່ ຂອງໜ່ວຍງານ ແລະ ບຸກຄົນ ເພື່ອຂໍທິດຊີ້ນໍາຈາກຂັ້ນເທິງ, ປະຕິບັດຄໍາສັ່ງຂອງຂັ້ນເທິງ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຕົວຈິງ.
- ຕິດຕາມຂະບວນການເຄື່ອນໄຫວລວມທີ່ເກີດຂື້ນ, ພວມຈະເກີດຂື້ນໃນສະຖານທີ່ໃດໜື່ງທີ່ມີມູນຄວາມຈິງ, ນໍາສະເໜີວຽກດີຄົນເດັ່ນ, ຄອບຄົວຕົວແບບການຜະລິດ, ຄວາມຮູ້ທາງດ້ານວິທະຍາສາດ ເຕັກໂນໂລຊີ ທີ່ກ້າວໜ້າ ແລະ ຄວາມບັນເທິງ, ຕອບໂຕ້ຢ່າງທັນການກ່ຽວກັບປະກົດການຫຍໍ້ທໍ້ ທັງດ້ານເນື້ອໃນຂໍ້ມູນ-ຂ່າວສານທີ່ຜິດເຂວ-ບໍ່ມີມູນຄວາມຈິງ.
4.ໂຄງປະກອບ ແລະ ການຈັດຕັ້ງຂອງຂະແໜງຖະແຫຼງຂ່າວ:
ຂະແໜງຖະແຫຼງຂ່າວ ປະກອບມີຫົວໜ້າຂະແໜງ 1 ທ່ານ ແລະ ຮອງຫົວໜ້າຂະແໜງ 1 ທ່ານ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາຊາການ, ເຊິ່ງປະກອບມີ 3 ໜ່ວຍງານ ຄື: ໜ່ວຍງານຂ່າວສານ-ໜັງສືພິມ; ໜ່ວຍງານຄຸ້ມ-ຄອງສະຖິຕິສື່ມວນຊົນ ແລະ ໜ່ວຍງານພັດທະນາ ແລະ ບໍລິຫານ.
ລາຍຊື່ພະນັກງານ-ລັດຖະກອນ ຂະແໜງຖະແຫຼງຂ່າວ:
1 |
ທ່ານ ສົມບູນ ສີສົມພອນ |
ຫົວໜ້າຂະແໜງ
Mobile: 020 5512 1635 Email: This email address is being protected from spambots. You need JavaScript enabled to view it. |
2 |
ທ່ານ ນ. ແວວຕາ ດວງພະຈັນ |
ຮອງຫົວໜ້າຂະແໜງ
Mobile: 020 5492 5555
Email:This email address is being protected from spambots. You need JavaScript enabled to view it.
|
3 |
ທ່ານ ສັນຍາ ແກ້ວໄຊຍະວົງ |
ຫົວໜ້າໜ່ວຍງານຂ່າວສານ-ໜັງສືພິມ
Mobile: 020 5850 1061
Email:This email address is being protected from spambots. You need JavaScript enabled to view it.
|
4 |
ທ່ານ ນ. ພຸດທະສອນ ສີຫາວົງ |
ຫົວໜ້າໜ່ວຍງານພັດທະນາ ແລະ ບໍລຶຫານ
Mobile: 020 2261 9151
Email:This email address is being protected from spambots. You need JavaScript enabled to view it.
|
5 |
ທ່ານ ບຸສຸວັນ ພົມມະສານ |
ວິຊາການ Mobile: 020 9346 1995 Email: |