ແຫຼ່ງທ່ອງທ່ຽວ ດ້ານວັດທະນະທຳ
1. ສວນຫຼັກເມືອງ
ສ້າງຂຶ້ນ ແລະ ສຳເລັດໃນປີ 2011 ເພື່ອຈາລຶກເຖິງດວງໃຈສາມັກຄີປວງຊົນເຜົ່າຕ່າງໆ ຂອງຊາວແຂວງເຊກອງຫຼັກເມືອງແບ່ງເປັນ 3 ທ່ອນ; ໝາຍເຖິງ: ຄວາມອຸດົມຮັ່ງມີ ດ້ວຍເງິນ, ຄຳ, ເພັດນິນຈິນດາຕ່າງໆ. ໜ່ວຍມົນຕັ້ງຢູ່ເທິງ ໜາຍເຖິງ: ດວງຕາເວັນ, ເສົາຫຼັກ ເມືອງສູງ 990 ຊັງຕີແມັດ. ພາບຄົນທີ່ເຈະກະພາ, ຖືພ້າ ໝາຍເຖິງ ວິຖີການດໍາລົງຊິວິດຂອງເຜົ່າຕ່າງໆ ທີ່ຕັ້ງຖິ່ນຖານດັ້ງເດີມຢູ່ແຂວງເຊກອງ.
|
![]() |
![]() |
2. ບ້ານກັນດອນໃໝ່
ບ້ານກັນດອນໃໝ່ເປັນບ້ານທ່ອງທ່ຽວທາງດ້ານວັດທະນະທຳ ແລະສຶກສາວິຖີຊີວິດຂອງຊົນເຜົ່າກະຕູ, ເປັນບ້ານທີ່ໄດ້ຍົກຍ້າຍ ແຕ່ເມືອງ ກະລຶມມາຕັ້ງຖິ່ນຖານຢູ່ເມືອງທ່າແຕງ, ຫ່າງຈາກຕົວເມືອງທ່າແຕງໄປທາງທິດຕາເວັນອອກ 17km, ຫ່າງຈາກເທດສະບານ ແຂວງ ໄປທາງທິດຕາເວັນຕົກ 35m. ໃນວັນທີ 05 ເດືອນ 03 ຂອງທຸກໆປີ, ຊາວບ້ານກັນດອນຈັດງານບຸນປະເພນີ ຂອງເຜົ່າຂື້ນເພື່ອສະເຫຼີມສະຫຼອງ ໝາກຜົນຈາກການເກັບກ່ຽວໃນງານຈະມີການສະແດງສີລະປະພື້ນເມືອງ ແລະ ການວາງສະແດງ ຜະລິດຕະພັນ ຫັດຖະກຳຕໍ່າ ແຜ່ນ-ຈັກສານຂອງເຜົ່າ. ນັກທ່ອງທ່ຽວສາມາດເລະຊົມໂລງສົບເກົ່າແກ່ດັ້ງເດີມຂອງເຜົ່າ ແລະ ທ່ຽວຊົມ ສາລາກວນກາງບ້ານໂດຍ ມີຜູ້ນຳທ່ຽວຂອງບ້ານເປັນຄົນອະທິບາຍຕະຫຼອດງານ, ຍັງມີພິທີຂ້າຄວາຍແປງຮີດເປັນອາຫານຕ້ອນຮັບແຂກ ທີ່ມາຮ່ວມງານນຳອີກ ສ່ວນນັກທ່ອງທ່ຽວທີ່ຢາກຮຽນຮູ້ວີຖີຊີວິດສາມາດມາພັກຜ່ອນໄດ້ ເພາະມີໂຮມສະເຕຕາມ ເຮືອນປະຊາຊົນ ທີ່ຄອຍບໍລິການທຸກໆທ່ານ.
![]() |
|
3. ເຮືອນຊົນເຜົ່າຮາຣັກ ( ອາລັກ )
ເຮືອນເອກະລັກເຜົ່າຮາລັກບ້ານກະສັງກາງເມືອງລະມາມແຂວງເຊກອງຫ່າງຈາກເທສະບານເມືອງແລະແຂວງ 24km, ເປັນບ້ານຈຸດສຸມພັດທະນາທີສີ່ ຂອງເມືອງລະມາມ, ຕາມເສັ້ນທາງເລກທີ 16B ອອກສູ່ຊາຍແດນຫວຽດ ນາມ,ເຮືອນດັ່ງກ່າວແມ່ນເຮັດດ້ວຍໄມ້ເນື້ອ ແຂງ, ມີວິຖີຊີວິດຮີດຄອງປະເພນີຄ້າຍຄືກັນກັບເຜົ່າອື້ນໆ. ມີວັດທະນາທຳອັນດີງາມເຊັ່ນ:ມີການຈັດງານບຸນປະເພນີປະຈຳປີ, ການສະແດງສີລະປະພື້ນເມືອງ, ການສະແດງຜະລິດຕະພັນຕໍ່າຫູກກີ່ແອວແລະ ຫັດຖະກຳຈັກສານ, ໃນນັ້ນມີການຄ້າຄວາຍເພື່ອໄວ້ຕ້ອນຮັບແຂກທີ່ມາທີ່ມາທ່ຽວຊົມງານບຸນປະຈຳປີ.
![]() |
![]() |
4. ບ້ານກົກພຸງໃຕ້.
ບ້ານກົກພຸງ ໄຕ້ເປັນບ້ານທ່ອງທ່ຽວ ທາງດ້ານ ວັດທະນາທຳ ອີກບ້ານໜຶ່ງທີ່ຂຶ້ນກັບ ເມືອງທ່າແຕງ, ມີຮີດຄອງປະເພນີ, ວັດທະນະ ທຳທີ່ເປັນເອກະລັກຂອງ ເຜົ່າກະຕູ ແລະອາຣັກໃນແຕ່ລະປີ ເຂົາເຈົ້າໄດ້ຈັດຕົ້ງງານບຸນ ປະເພນີຂຶ້ນ ເພື່ອສະເຫຼີມສະຫຼອງ ຜົນສະເລັດ ໃນການເກັບກ່ຽວ ຜົນລະປູກເຊິ່ງ, ມີການສະແດງ ສິລະປະພື້ນເມືອງ,ວາງສະແດງ ຜະລິດຕະພັນຕ່ຳແຜ່ນ ແລະ ຈັກສານ ທີ່ເປັນເອກະ ລັກ ຂອງເຜົ່າທ່ຽວຊົມໂລງສົບ ອັນເກົ່າແກ່ແລະ ຂໍ້ມູນອື່ນໆກ່ຽວກັບເຜົ່າ, ເມືອກ່ອນບ້ານນີ້ ໄດ້ຕັ້ງຖິ່ນຖານຢູ່ ເຂດເມືອງກະລຶມ ທາງທິດຕາເວັນອອກ ຊາຍແດນຫວຽດນາມ ແຕ່ຍ້ອນຄວາມທຸກຍາກ ເຂົາເຈົ້າຈິ່ງໄດ້ ຍົກຍ້າຍມາຕັ້ງ ຖິ່ນຖານຢູ່ແຫ່ງນີ້ ໂດຍສະເພາະ ງານບຸນ ປະເພນີປະຈຳປີຂອງ ເຜົ່າທີ່ເປັນເອກະລັກ ສືບທອດກັນມາເຊັ່ນ: ການນຸ່ງຖື, ການສະແດງສິລະປະພື້ນເມືອງ, ສະແດງຜະ ລິດຕະພັນຕ່ຳແຜ່ນ ແລະ ຈັກສານ, ໂລງສົບຄົນບູຮານ ແລະ ອື່ນໆ. ເຊິ່ງທາງບ້ານ ໄດ້ມີໄກ໋ນຳພາແຂກທ່ອງທ່ຽວ ແລະ ອະທິບາຍ ໃຫ້ທ່ານ ຕາມທີ່ຕ້ອງການໄດ້ ໄລຍະຫ່າງ ຈາກເທດສະບານ ເມືອງທ່າແຕງ ໄປທາງທິດເໜືອ 16 ກິໂລແມັດ ແລະ ເປີດບໍລິການ ນຳໄຊ້ແລ້ວໃນ ປີ 2009.20.ເຮືອນຊົນເຜົ່າຕະລຽງ:
ເຮືອນຊົນເຜົ່າຕະລຽງ, ບ້ານດາກມວນ, ເມືອງດາກຈຶງ ແມ່ນເຮືອນທີ່ເປັນເອກະລັກ ຂອງຊົນເຜົ່າຕະລຽງ ທີ່ເຮັດດ້ວຍວັດຖຸທຳມະຊາດ ຫ່າງຈາກເທດສະບານແຂວງ 108 ກິໂລແມັດ, ເຮືອນດັ່່ງກ່າວແມ່ນ ເປັນເອກະລັກມີມາແຕ່ດັ້ງເດີມຂອງເຜົ່າ, ເຊິ່ງນຳໃຊ້ວັດຖຸຈາກ ທຳມະຊາດລ້ວນໆ, ເຂົ້າໃນການປຸກສ້າງ ແລະ ຄວາມສາມັກຄີຂອງປະຊາຊົນ ທັງໝົດໃນບ້ານຊ່ວຍກັນສ້າງ ໃນແຕ່ລະຫຼັງຄາເຮືອນ. ໃນແຕ່ລະປີຊາວບ້ານ ໄດ້ຈັດຕັ້ງງານບຸນປະຈຳປີຂຶ້ນ ເພື່ອສະເຫຼີມສະຫຼອງຜົນສຳເລັດ ຈາກການເກັບກ່ຽວຜົນລະປູກ ໃນນັ້ນກໍມີການ ສະແດງ ສີລະປະພື້ນເມືອງ, ການນຸ່ງຖືທີ່ເປັນເອກະລັກຂອງເຜົ່າ, ການວາງສະແດງຜະລິດຕະພັນຕ່ຳແຜ່ນ ແລະ ຈັກສານພ້ອມນີ້ກໍ ມີການຂ້າຄວາຍ ຕ້ອນຮັບແຂກທີ່ມາຢ້ຽມຢາມ ໃນແຕ່ລະປີບໍ່ຕໍ່າກວ່າ 10 ໂຕ.
|