ເຈົ້າແຂວງເຊກອງ ລົງຊຸກຍູ້ການຜະລິດເປັນສິນຄ້າຢູ່ບ້ານຫລັກຂາວ
ໃນວັນທີ 17 ມິຖຸນາຜ່ານມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການຜະລິດ (ປູກພືດຜັກ)
ເປັນສິນຄ້າຢູ່ບ້ານຫລັກຂາວເມືອງທ່າແຕງ ໂດຍມີທ່ານຮອງເຈົ້າເມືອງທ່ານ, ຄະນະນໍາຂອງເມືອງ ແລະ ປະຊາຊົນບ້ານຫລັກຂາວເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຄໍາເສີຍ ຈໍາປາແກ້ວມະນີ ນາຍບ້ານຫລັກຂາວ ໄດ້ລາຍງານສະພາບການຜະລິດ ແລະ ການຈໍາຫນ່າຍຜົນຜະລິດຂອງປະຊາຊົນພາຍໃນບ້ານໃນໄລຍະຜ່ານມາ. ຫລັງຈາກນັ້ນ ທ່ານເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນ ໂດຍຊີ້ນໍາໃຫ້ຂະແຫນງການກ່ຽວຂ້ອງ ເປັນຕົ້ນແມ່ນຂະແຫນງກະສິກໍາ ແລະ ປ່າໄມ້ແຂວງ ແລະ ເມືອງ ສືບຕໍ່ຫັນເອົາພະນັກງານວິຊາການ ທີ່ມີຄວາມຮູ້ຄວາມສາມາດລົງຊ່ວຍແນະນໍາເຕັກນິກການປູກ ແລະ ເຕັກນິກການບົວລະບັດຮັກສາໃຫ້ແກ່ປະຊາຊົນ ເພື່ອແນໃສ່ຍົກສູງສະມັດຕະພາບຂອງຜົນຜະລິດໃຫ້ໄດ້ທັງປະລິດມານ ແລະ ຄຸນນະພາບ, ປອດສານເຄມີຕາມຄວາມຕ້ອງການຂອງຕະຫລາດ, ສ່ວນຂະແຫນງອຸດສາຫະກໍາ ແລະ ການຄ້າກໍ່ຊອກຫາຕະຫລາດຮອງຮັບຜົນຜະລິດ ແລະ ມີການຄໍ້າປະກັນລາຄາ, ທັງນີ້ ກໍເນື່ອງຈາກວ່າ ການປູກພືດເປັນສິນຄ້າກໍເປັນທ່າແຮງຫນຶ່ງໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງທ່າແຕງ ກໍຄືແຂວງເຊກອງ.
ໃນວັນດຽວກັນນີ້ ທ່ານເຈົ້າແຂວງເຊກອງ ຍັງໄດ້ລົງເບິ່ງສວນປູກກາເຟຂອງບໍລິສັດກາດເກ້ຢູ່ບ້ານໂກງຕາຢູນ ແລະ ສວນປູກໄມ້ຟື້ນຟູປ່າເຂດຍອດນໍ້າເຊໂດນຢູ່ບ້ານຫົວເຊໂດນ ເຊິ່ງສວນດັ່ງກ່າວ ຈະສ້າງໃຫ້ກາຍເປັນສວນຕົວແບບໃນການປູກໄມ້ຟື້ນຟູປ່າຂອງແຂວງເຊກອງ.
-----
(ຂ່າວ-ພາບ: ສັນຍາ)