ຖວທ ສະເຫຼີມສະຫຼອງວັນເດັກສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ
ວັນທີ 14 ມິຖຸນາ 2022 ນີ້, ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ
ຖວທ ພ້ອມດ້ວຍຄະນະພັກ, ພະນັກງານ-ລັດຖະກອນ ແລະ ຫຼານນ້ອຍເຍົາວະຊົນເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນໂດຍຫຍໍ້ ຈາກທ່ານ ນາງ ພອນດາແກ້ວ ບຸນທະວີ ປະທານຮາກຖານສະຫະພັນແມ່ຍິງ ພະແນກ ຖວທ,
ນອກນີ້ ຍັງໄດ້ຮັບຊົມການສະແດງສີລະປະຈາກເດັກອາສາ ສູນວັດທະນະທໍາເດັກ ( ວສດ) ທັງຫມົດ 3 ລາຍການ ແລະຈັດກິດຈະກຳການແຂ່ງຂັນກິລາ, ພ້ອມນີ້ຄະນະພັກ-ຄະນະພະແນກ, ອົງການຈັດຕັ້ງມະຫາຊົນ ພາຍໃນພະແນກ ຖວທ ກໍໄດ້ ກິດຈະກໍາການປູກຕົ້ນໄມ້ຮ່ວມກັບຫລານນ້ອຍນັກຮຽນ ຢູ່ທີ່ຫໍພິພິທະພັນມູນເຊື້ອຂອງແຂວງ ຕື່ມອີກ. ທັງນີ້ ກໍເພື່ອເປັນການປູກຈິດສໍານຶກໃຫ້ພະນັກງານ-ສະມາຊິກພັກ ຕະຫຼອດຮອດຫຼານນ້ອຍເຍົາວະຊົນຮຸ່ນສືບທອດ ໃນການຟື້ນຟູ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ແລະຍືນຍົງ.
(ຂ່າວ-ພາບ: ພຸດທະສອນ)