ກົມແຜນການ ແລະການຮ່ວມມື ຊຸກຍູ້ຕິດຕາມຄວາມຄືບຫນ້າ ການຈັດຕັ້ງປະຕິບັດໂຄງການ ຂ-ບສພ
ວັນທີ 10 ມິຖຸນາ 2022 ນີ້, ກົມແຜນການ ແລະການຮ່ວມມື ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຊຸກຍູ້ ຕິດຕາມຄວາມຄືບຫນ້າ ແລະທົບທວນການຈັດຕັ້ງປະຕິບັດໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະໂພສະນາການ (ຂ-ບສພ ຫຼື HANSA),ໂດຍການເຂົ້າຮ່ວມຂອງທ່ານ ປອ ດຣ ບຸນເສີດ ແກ້ວປະສິດ ຫົວໜ້າກົມແຜນການ
ແລະການຮ່ວມມື, ມີທ່ານ ດຣ ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ມີບັນດາກົມ ແລະຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ພ້ອມດ້ວຍຄະນະພະແນກສາທາລະນະສຸກ ແລະ ຜູ້ປະສານງານໂຄງການ ຂ-ບສພ ຂັ້ນແຂວງ ຈາກ 4 ແຂວງພາກໃຕ້ເຂົ້າຮ່ວມ.
ໃນພິທີ ທ່ານ ດຣ ຈັນສາລີ ພົມມະວົງ ຮອງຫົວຫນ້າກົມແຜນການ ແລະການຮ່ວມມື ໄດ້ສະເຫນີສະພາບລວມຂອງໂຄງການ ຂ-ບສພ ແລະກົນໄກການຈັດຕັ້ງປະຕິບັດໂຄງການ ແລະ ງົບປະມານທີ່ໄດ້ຮັບຈາກຜົນສໍາເລັດຕົວຊີ້ວັດ DLI ທີ່ໂອນໃຫ້ແຂວງ, ທັງນີ້ເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບ ແລະໂພສະນາການທີ່ມີຄຸນນະພາບ ໃນຂະນະດຽວກັນກໍຮັບປະກັນການປົກປ້ອງດ້າຍການເງິນ, ໂດຍສະເພາະຢູ່ໃນບັນດາແຂວງເປົ້າໝາຍຂອງໂຄງການ.
ພ້ອມນີ້, ບັນດາຜູ້ປະສານງານໂຄງການ ຂ-ບສພຈາກ 4 ແຂວງ ໄດ້ຜັດປ່ຽນລາຍງານຄວາມຄືບໜ້າ, ຂໍ້ສະດວກ, ສິ່ງທ້າທາຍ, ຂໍ້ສະເໜີຕ່າງໆໃຮການຈັດຕັ້ງປະຕິບັດຕົວຊີ້ວັດ DLI ປີ 2 ແລະ QPS , ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະການນໍາໃຊ້ຂໍ້ມູນຂັ້ນບ້ານ ທີ່ຕິດພັນກັບເປົ້າໝາຍ 11 ຕົວຊີ້ບອກຂອງສະພາ; ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນ ແລກປ່ຽນຖອດຖອນບົດຮຽນ ເພື່ອສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ຂ-ບສພ ໃຫ້ສອດຄ່ອງ ແລະໃຫ້ມີຜົນສໍາເລັດທັງປະລິມານ ແລະຄຸນນະພາບໃນຕໍ່ຫນ້າ.
ນອກຈາກນີ້ ກົມແຜນການ ແລະການຮ່ວມມື ຍັງໄດ້ມອບຄອມພິວເຕີໂນດບຸກຈໍານວນ 144 ເຄື່ອງ ໃຫ້ພະແນກສາທາ 3 ແຂວງພາກໃຕ້ຄື: ແຂວງຈໍາປາສັກ 10 ເຄື່ອງ, ສາລະວັນ 80 ເຄື່ອງ ແລະ ເຊກອງ 34 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນວຽກງານສະຖິຕິສາທາລະນະສຸກຂັ້ນເມືອງ ແລະໂຮງຫມໍນ້ອຍ ຕື່ມອີກ.
ຂ່າວ-ພາບ: ພຸດທະສອນ