ຮມປຂ ເປີດພິທີປ້ອງກັບຈົບຊັ້ນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ XIII
ວັນທີ 27 ພຶດສະພາ 2022 ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຊກອງ (ຮມປຂ) ໄດ້ຈັດພິທີເປີດປ້ອງກັນບົດຈົບຊັ້ນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ XIII ສົກປີ
2021-2022 ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ຈູມຈັນທະວົງ ກໍາມະການພັກແຂວງ, ຫົວຫນ້າ ຮມປຂ; ມີຄະນະກໍາມະການປ້ອງກັນບົດ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກເຂົ້າຮ່ວມ.
ທ່ານ ຄໍາເຂືອງ ໄຊຍະເສນ ຮອງຫົວຫນ້າ ຮມປຂ ໄດ້ລາຍງານວ່າ: ນັກສຶກສາຮຸ່ນທີ XIII ມີທັງຫມົດ 50 ຄົນ, ຍິງ 8 ຄົນ ໃນນັ້ນມາຈາກ 4 ຕົວເມືອງ 19 ຄົນ, ຍິງ 2 ຄົນ; ພະແນກການອ້ອມຂ້າງແຂວງ 16 ຄົນ, ຍິງ 4 ຄົນ ແລະ ມາຈາກສອງກໍາລັງປະກອບອາວຸດ 15 ຄົນ, ຍິງ 2 ຄົນ ເຊິ່ງເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນມາແຕ່ວັນທີ 4 ມັງກອນ 2021 ປະກອບມີວິຊາຮຽນທັງຫມົດ 28 ວິຊາ, 263 ບົດ, ນໍາໃຊ້ເວລາທັງຫມົດ 1.415 ຊົ່ວໂມງ ໃນນັ້ນຂຶ້ນຫ້ອງບັນຍາຍ 695 ຊົ່ວໂມງ; ກະກຽມສໍາມະນາ 156 ຊົ່ວໂມງ; ສໍາມະນາ 149 ຊົ່ວໂມງ; ນັກສຶກສາຄົ້ນຄວ້າດ້ວຍຕົນເອງ 174 ຊົ່ວໂມງ; ເຄື່ອນໄຫວນອກຫລັກສູດ 157 ຊົ່ວໂມງ ແລະ ສອບເສັງ 84 ຊົ່ວໂມງ.
ສ່ວນການກະກຽມການຂຽນບົດປ້ອງກັນຈົບຊັ້ນ ແລະ ການກະກຽມພິທີປ້ອງກັນ ມາຮອດວັນທີ 25 ພຶດສະພາ 2022 ນັກສຶກສາສໍາເລັດການຂຽນບົດ100% ພ້ອມນັ້ນ ກໍໄດ້ສໍາເລັດການແຕ່ງຕັ້ງຄະນະກໍາມະການຊຸດປ້ອງກັນຈົບຊັ້ນ ໂດຍແບ່ງອອກເປັນ 3 ຫນ່ວຍປ້ອງກັນຄື: ໜ່ວຍປ້ອງກັນສາຍການເມືອງ ມີຄະນະກໍາມະການ 5 ທ່ານ ແລະ ນັກສຶກສາເຂົ້າປ້ອງກັນ 17 ຄົນ, ຍິງ 3 ຄົນ; ໜ່ວຍປ້ອງກັນສາຍການປົກຄອງ ມີຄະນະກໍາມະການ 5 ທ່ານ ແລະ ນັກສຶກສາເຂົ້າປ້ອງກັນ 17 ທ່ານ, ຍິງ 2 ທ່ານ; ໜ່ວຍປ້ອງກັນສາຍເສດຖະກິດ ມີຄະນະກໍາມະການ 5 ທ່ານ ແລະ ນັກສຶກສາເຂົ້າປ້ອງກັນ 16 ທ່ານ, ຍິງ 3 ທ່ານ.
-----
(ຂ່າວ-ພາບ: ສັນຍາ)