ປະກາດສ້າງຕັ້ງພະແນກກົດໝາຍ ຂຶ້ນກັບກອງບັນຊາການທະຫານແຂວງ
ພິທີປະກາດສ້າງຕັ້ງພະແນກກົດໝາຍ ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ25 ພຶດສະພາ2022 ໂດຍມີສະຫາຍພົນຈັດຕະວາກັນທອງສຸກເລືອງຄໍາຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດ, ສະຫາຍ ພັນເອກສົມຈິດນິລະພົນຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງເຊກອງ, ຄະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຫົວໜ້າ
ແລະ ຮອງພະແນກການ, ກອງບັນຊາການທະຫານເມືອງ ແລະ ບັນດາກົມກອງກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວໍລະວັນ ໄຊຍະແສງ ຫົວໜ້າພະແນກແຜນການສັງລວມ ກົມກົດໝາຍ ກະຊວງປ້ອງກັນປະເທດ ຂຶ້ນຜ່ານຂ້ໍຕົກລົງ ຂອງກະຊວງປ້ອງກັນປະເທດສະບັບເລກທີ4822/ກປທລົງວັນທີ11 ພະຈິກ 2021ວ່າດ້ວຍການສ້າງຕັ້ງພະແນກກົດໝາຍໃຫ້ແຕ່ລະກອງບັນຊາການທະຫານແຂວງໂດຍອີງຕາມ ແຜນຍຸດທະສາດຂອງກະ ຊວງປ້ອງກັນປະເທດ, ຄວາມຮຽກຮ້ອງຕ້ອງການຂອງສະພາບການແລະໜ້າທີ່ການເມືອງຂອງພັກ-ລັດ ກໍຄືຂອງກອງທັບປະຊາຊົນລາວໃນໄລຍະໃໝ່ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບສະບັບເລກທີ1821/ກມທ ລົງວັນທີ25 ເມສາ 2022ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການຂອງກອງບັນຊາການທະຫານແຂວງເຊກອງແລະຂໍ້ຕົກລົງຂອງກົມກົດໝາຍ ວ່າດ້ວຍການແຕ່ງຕັ້ງວິຊາການພະແນກກົດໝາຍ ທີ່ຂຶ້ນກັບກອງບັນຊາການທະຫານແຂວງເຊກອງຄື: ແຕ່ງຕັ້ງສະຫາຍພັນຕີແກ້ວປະເສີດແກ້ວໂພໄຊເປັນຫົວໜ້າພະແນກ ແລະ ສະຫາຍພັນຕີສຸລິພົນວິນດາວົງເປັນຮອງ, ສ່ວນສະຫາຍຮ້ອຍເອກແຕ໋ງອໍາພອນໄຊຍະຕິ້ວ, ສະຫາຍຮ້ອຍເອກຕານຄໍາເຮືອງສະຫວັນແລະສະຫາຍຮ້ອຍໂທປຸ້ມວຽງຈໍາປາເປັນວິຊາການ.
ຕອນທ້າຍ ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄໍາ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນເວົ້າລວມ ກໍຄືພະແນກກົດໝາຍຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມຄວາມຮັບຜິດຊອບ ແລະ ໜ້າທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້; ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະ ຕິຕໍ່ເນື່ອງ ເພື່ອໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍລະບົບການເມືອງ ແລະ ການນໍາພາຂອງພັກ; ສືບຕໍ່ປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານກໍຄືການປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງແລະໜັກແໜ້ນກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ໂອກາດນີ້ ໃນພິທີກໍ່ຍັງໄດ້ມອບຄອມພິວເຕີ1 ເຄື່ອງ, ປິນເຕີ1ໜ່ວຍແລະປຶ້ມຄູມືກ່ຽວກັບວຽກງານກົດໝາຍອີກຈໍານວນໜຶ່ງໃຫ້ກອງບັນຊາການທະຫານແຂວງ.
-----
ພາບ-ຂ່າວ: ຮ້ອຍໂທ ກອງຄໍາ