ກະສິກໍາ ແຂວງເຊກອງ ເຊື່ອມຊຶມດໍາລັດ ວຽກງານຈັນຍາບັນຂອງພະນັກງານ
ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດ ສະ ບັບເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ຄໍາແນະນໍາ ສະບັບເລກທີ 04/ພນ
ລົງວັນທີ 2 ເມສາ 2021 ການຈັດຕັ້ງປະຕິບັດວຽກງານຈັນຍາບັນ ຂອງພະນັກງານ-ລັດຖະ ກອນ.
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2022 ນີ້, ທີ່ສະໂມສອນເມືອງລະມາມ ໂດຍພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ຂອງທ່ານ ສົມຫວັງ ຂໍາມະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກ, ຮອງຫົວຫນ້າພະແນກ ແລະ ພະນັກງານ-ລັດຖອນເຂົ້າຮ່ວມ.
ທ່ານ ສົມຫວັງ ຂໍາມະວົງ ກ່າວວ່າ: ກອງປະຊຸມເຜີຍແຜ່, ແນະນໍາການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນຄັ້ງນີ້ ແມ່ນມີຄວາມຫມາຍສໍາຄັນ ຊຶ່ງຈະໄດ້ພ້ອມກັນຮັບຟັງການເຜີຍແຜ່, ແນະນໍາບັນດາເນື້ອໃນ, ຫລັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ພວກເຮົາຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ມີບ່ອນອີງໃນການຈັດຕັ້ງປະຕິບັດ ແນໃສ່ການຄຸ້ມຄອງ ແລະ ສຶກສາອົບຮົມໃຫ້ພະນັກງານ-ລັດຖະກອນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຫນັກແຫນ້ນ, ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວເຄົາລົບ, ປະຕິບັດກົດຫມາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຍິ່ງໆຂຶ້ນ.
-----
(ຂ່າວ-ພາບ: ສັນຍາ)