ການນໍາແຂວງເຊກອງ ວາງກະຕ່າດອກໄມ້ ວັນສ້າງຕັ້ງພັກຄົບຮອບ 67 ປີ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ການນໍາແຂວງເຊກອງນໍາໂດຍສະຫາຍ
ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີຮູບຫຼໍ່ທ່ານປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໃນວັນທີ 22 ມີນາ 2022.
ການວາງກະຕ່າດອກໄມ້ຄັ້ງນີ້ ກໍເພື່ອສະແດງເຖິງຄວາມເຄົາລົບ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນຄວາມຄວາມດີທີ່ເລີດລໍ້າຕໍ່ຄວາມເສຍສະຫຼະຕະຫຼອດຊີວິດຂອງປະທານ ໄກສອນ ພົມວິຫານ ທີ່ທ່ານໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນບັນດາເຜົ່າ.
ຈາກນັ້ນ ການນໍາແຂວງຍັງໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດ ກໍຄືນັກຮົບປະຕິວັດຂອງແຂວງເຊກອງ ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອຜືນແຜ່ນດິນອັນຄົບຖ້ວນ ແລະ ປະຊາຊົນຢ່າງກ້າຫານ ພາຍໃຕ້ການນໍາພາ-ຊີ້ນໍາປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຊຶ່ງຄຸນງາມຄວາມດີນັ້ນ ໄດ້ຖືກຈາລຶກໄວ້ໃນຈິດໃຈປະຊາຊົນຊາວແຂວງເຊກອງຕະຫຼອດໄປ.