ແນວລາວສ້າງຊາດແຂວງເຊກອງ ເຊີດຊູບົດບາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ
ຕາມການລາຍງານຂອງ ທ່ານ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໜຶ່ງປີຜ່ານມາ, ຄະນະ
ກໍາມະການແນວລາວສ້າງຊາດແຂວງ ກໍຄືແນວລາວສ້າງຊາດຂັ້ນຕ່າງໆໃນທົ່ວແຂວງເຊກອງ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຍົກສູງຈິດໃຈເສຍສະຫຼະ ເພື່ອວຽກງານລວມ, ເສີມຂະຫຍາຍປະຊາທິປະໄຕ, ຍົກສູງຄວາມເປັນແບບຢ່າງໃນການນໍາພາ-ຊີ້ນໍາວຽກງານແນວລາວສ້າງຊາດເປັນຕົ້ນ ວຽກງານຊົນເຜົ່າ, ສາສະໜາ, ຊັ້ນຄົນ-ການຈັດຕັ້ງສັງຄົມ, ໂຄສະນາ-ຝຶກອົບຮົມ ແລະ ວຽກງານອື່ນໆ ອັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືແຂວງເຊກອງໃນໄລຍະໃໝ່.
ທ່ານ ນາງ ບຸນຮຽງ ບຸນຈິດຊີ້ໃຫ້ເຫັນວ່າ: ຄະນະກໍາມະການແນວລາວສ້າງຊາດແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ທະຫານ-ຕໍາຫລວດ, ນັກທຸລະກິດ, ຄົນຕ່າງດ້າວທີ່ອາໄສຢູ່ແຂວງເຊກອງ ແລະ ປະຊາຊົນລາວບັນດາເຜົ່າ ດ້ວຍຮູບການລົງພົບປະໂອ້ລົມ, ເຜີຍແຜ່ແນວທາງຂອງພັກ, ແຜນພັດທະນາຂອງລັດ, ເຊື່ອມຊຶມເອກະສານສໍາຄັນຂອງຂັ້ນເທິງ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ເຜີຍແຜ່ສະພາບການອື່ນໆເປັນປົກກະຕິ.
ນອກນີ້, ຄະນະກໍາມະການແນວລາວສ້າງຊາດຂັ້ນເມືອງ ແລະ ຂັ້ນບ້ານ ກໍໄດ້ເອົາໃຈໃສ່ປະກອບສ່ວນຕໍ່ວຽກງານສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນໃນສັງຄົມ, ພະນັກງານຫຼັກແຫຼ່ງ, ຜູ້ຊົງຄຸນວຸດທິຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ ດ້ວຍຮູບການລົງພົບປະຢ້ຽມຢາມ, ເຂົ້າຮ່ວມບຸນປະເພນີຂອງບັນດາຊົນເຜົ່າ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບຄໍາຄິດຄໍາເຫັນຕໍ່ການໄກ່ເກ່ຍແກ້ໄຂບັນຫາຕ່າງໆຢູ່ທ້ອງຖິ່ນ-ຮາກຖານ, ວຽກງານຂະບວນການຂອງອົງການຈັດຕັ້ງມະຫາຊົນ ແລະ ເຂົ້າຮ່ວມຂະບວນການອື່ນໆ ຕິດພັນກັບວິທີປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢ່າງຫ້າວຫັນ.
ປະທານແນວລາວສ້າງຊາດແຂວງເຊກອງ ໃຫ້ຮູ້ຕື່ມວ່າ: ຜ່ານມາ ແນວລາວສ້າງຊາດໃນທົ່ວແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິ ບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບວຽກງານແກ້ໄຂຄວາມທຸກຍາກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ໂດຍມາຮອດປະຈຸບັນນີ້ ທົ່ວແຂວງສາມາດສ້າງຄອບຄົວສາມັກຄີໄດ້ 12.287 ຄອບຄົວເທົ່າກັບ 48% ແລະ ສ້າງບ້ານສາມັກຄີປອງດອງໄດ້ 112 ບ້ານເທົ່າກັບ 57% ຂອງບ້ານທັງໝົດທົ່ວແຂວງ.
-----
(ຂ່າວ-ພາບ: ສັນຍາ)