ໜ່ວຍສະຫະພັນແມ່ຍິງຮາກຖານ ຮມປຂ ສະເຫຼີມສະຫຼອງວັນແມ່ຍິງສາກົນ
ມື້ນີ້ (7 ມີນາ 2022) ໜ່ວຍສະຫະພັນແມ່ຍິງຮາກຖານໂຮງຮຽນການເມືອງ ແລະການປົກຄອງແຂວງເຊກອງ (ຮມປຂ) ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 112 ປີ (8 ມີນາ 1910-8 ມີນາ 2022)
ໂດຍມີທ່ານບຸນທັນຈູມຈັນທະວົງກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງແລະການປົກຄອງແຂວງ; ພ້ອມນີ້ກໍມີຄະນະພັກ-ຄະນະນຳໂຮງຮຽນ, ຄະນະໜ່ວຍສະຫະພັນແມ່ຍິງຮາກຖານຂະແໜງການກ່ຽວຂ້ອງແລະສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.
ໃນພິທີ ທ່ານນາງບຸນແໜງເມືອງວົງສາປະທານໜ່ວຍສະຫະພັນແມ່ຍິງຮາກຖານຮມປຂໄດ້ຂຶ້ນເລົ່າຄືນປະຫວັດຄວາມເປັນມາແລະການກໍາເນີດຂອງວັນແມ່ຍິງສາກົນ ກໍຄືມູນເຊື້ອຂອງແມ່ຍິງໃນພາກພື້ນ ແລະ ແມ່ຍິງໃນໂລກໃນເມື່ອກ່ອນ ເພື່ອສະທ້ອນໃຫ້ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍຮາກຖານໂຮງຮຽນການເມືອງແລະການປົກຄອງແຂວງຮັບຮູ້, ເຂົ້າໃຈແລະເຫັນໄດ້ມູນເຊື້ອການກໍາເນີດວັນແມ່ຍິງສາກົນ ທີ່ໄດ້ພ້ອມກັນລຸກຮືຂຶ້ນປະທ້ວງຕໍ່ນາຍທຶນ ເພື່ອທວງເອົາສິດສະເໝີພາບຍິງ-ຊາຍໃຫ້ມີຄວາມເທົ່າທຽມກັນໃນສັງຄົມ, ປະທ້ວງໃຫ້ຫຼຸດຜ່ອນຊົ່ວໂມງເຮັດວຽກເປັນວັນລະ 8 ຊົ່ວໂມງ ຫຼື ຖ້າເກີນເວລາຕ້ອງຄິດໄລ່ຄ່າແຮງງານຢ່າງສົມເຫດສົມຜົນ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງຜົນງານ, ການເຄື່ອນໄຫວ ແລະ ການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດແຮງງານຈາກນາຍຈ້າງ ແລະ ການຖືກທຸບຕີທໍລະມານ. ມາຮອດປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນແລະໃນປີນີ້, ກອງປະຊຸມສາກົນກ່ຽວກັບແມ່ຍິງຄັ້ງທໍາອິດກໍໄດ້ຈັດຂຶ້ນຢູ່ປະເທດແດນມາກເຊິ່ງກອງປະຊຸມດັ່ງກ່າວ ກໍໄດ້ຮັບຮອງເອົາວັນທີ 8 ມີນາຂອງທຸກໆປີເປັນວັນແມ່ຍິງສາກົນມາເຖິງປັດຈຸບັນ ຊຶ່ງປີ 2022 ນີ້ກໍຄົບຮອບ 112 ປີພໍດີ.
ໃນຕອນທ້າຍ, ທ່ານບຸນທັນຈູມຈັນທະວົງໄດ້ມີຄຳເຫັນໂອ້ລົມຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍການເຄື່ອນໄຫວຂອງເອື້ອຍ-ນ້ອງແມ່ຍິງ ຮມປຂທີ່ຄ່ຽງບ່າຄຽງໄຫຼ່ກັບເພດຊາຍ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຮງຮຽນມີຜົນສຳເລັດຫຼາຍດ້ານແລະ ຄວາມຮັບຜິດຊອບໃນຄອບຄົວໃຫ້ມີຄວາມຜາສຸກ, ອົບອຸ່ນຕາມເນື້ອໃນຂໍ້ແຂ່ງຂັນ 3 ດີຂອງສູນກາງສະຫະພັນແມ່ຍິງລາວວາງອອກ; ເພື່ອໃຫ້ໜ່ວຍສະຫະພັນແມ່ຍິງຮາກຖານຮມປຂມີຄວາມເຂັ້ມແຂງແລະມີຜົນສຳເລັດທີ່ດີຂຶ້ນ. ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງທັງໝົດພາຍໃນໜ່ວຍຈົ່ງໄດ້ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານວິຊາການ-ວິຊາສະເພາະທີ່ໄດ້ຮັບການມອບໝາຍຈາກການຈັດຕັ້ງຂັ້ນເທິງໃຫ້ສູງຂຶ້ນ ເພື່ອປະກອບສ່ວນເຮັດໃຫ້ການເຄື່ອນໄຫວວຽກງານຂອງໂຮງຮຽນຮມປຂມີຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.
-----
ຂ່າວ-ພາບ: ບູ້ສຸວັນ