ເມືອງກະລຶມ ກະກຽມຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ
ເມື່ອບໍ່ດົນມານີ້, ເມືອງກະລຶມໄດ້ຈັດກອງປະຊຸມເຊື່ອມຊຶມນິຕິກຳ ແລະ ກະກຽມຫັນພະນັກງານລົງກໍ່ສ້າງຮາກຖານເມືອງ ແລະ ພັດທະນາຊົນນະບົດແຕ່ປີ 2022-2025 ໂດຍການເປັນປະທານຂອງ
ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີ ສະຫາຍ ບຸນຫລາຍບຸດທິ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ສະຫາຍ ອໍບົວລາ ອ່ອນມະໄລວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງກະລຶມ, ຫົວຫນ້າ-ຮອງພະແນກ, ຫ້ອງການກ່ຽວຂ້ອງຂັ້ນແຂວງ ແລະ ພະນັກງານນໍາພາ-ຫລັກແຫລ່ງຂັ້ນເມືອງເຂົ້າຮ່ວມ.
ສະຫາຍ ເຫລັກໄຫລ ສີວິໄລ ໄດ້ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 079/ກມສພ ລົງວັນທີ 18 ກຸມພາ 2020 ແລະ ມະຕິຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056/ຄບສພ ລົງວັນ 19 ທັນວາ 2018 ເຊິ່ງພັກ-ລັດຖະບານ ຍາມໃດກໍຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນວຽກຍຸດທະສາດສໍາຄັນ, ເປັນມາດຕະການພື້ນຖານ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດຫມາຍ ແລະ ລະບຽບການຂອງລັດ ເພື່ອເປັນພື້ນຖານອັນຫນັກແຫນ້ນ ຂອງລະບອບປະຊາທິປະໄຕປະຊາຊົນ, ໂດຍໄດ້ສຸມທຶນຮອນເຂົ້າໃສ່ການພັດທະນາຢ່າງທົ່ວເຖິງ, ຕໍ່ເນື່ອງ ສາມາດເຮັດໃຫ້ຊົນນະບົດເຂດຫ່າງໄກສອກຫລີກໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະຢູ່ແຂວງເຊກອງໄດ້ມີໂສມຫນ້າໃຫມ່, ພື້ນຖານໂຄງລ່າງມີການພັດທະນາ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ.
ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງຢູ່ແຂວງເຊກອງ, ຄໍາແນະນໍາຂອງຄະນະຈັດຕັ້ງແຂວງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ, ການປະກອບຄໍາຄິດຄໍາເຫັນຂອງການນໍາຂັ້ນແຂວງ, ເມືອງ ແລະ ຂະແຫນງການກ່ຽວຂ້ອງ ທັງນີ້ ກໍ່ເພື່ອພ້ອມກັນກຳນົດບັນດາວຽກຈຸດສຸມ, ສ້າງຄວາມເປັນເອກະພາບ, ຄວາມຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
-----
ຂ່າວ-ພາບ: ສັນຍາ