ເຈົ້າແຂວງເຊກອງ ຕ້ອນຮັບ ຄະນະກໍາມາທິການວຽກງານສະມາຊິກສະພາແຫ່ງ
ໃນວັນທີ 17 ກຸມພາ 2022 ນີ້, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຄໍາສິງ ໄຊສົມແພງ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ໃນລະຫວ່າງວັນທີ 17-18 ກຸມພາ 2022 ນີ້.
ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບການນໍາພາ-ຊີ້ນໍາຂອງຄະນະນພັກ-ອົງການປົກຄອງແຂວງ ຕໍ່ວຽກງານສະພາ ແລະ ສະພາບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຊຶ່ງເປັນການປະກອບສ່ວນສໍາຄັນ ໃນການຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ກໍຄື ການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ແລະ ອັນພົ້ນເດັ່ນສໍາລັບສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງເຊກອງ (ສສຂ) ຊຸດທີ II ແມ່ນການສ້າງນິຕິກໍາໃຕ້ກົດໝາຍ ຊຶ່ງໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງເຊກອງຊຸດທີ II ຈໍານວນ 2 ສະບັບ.
ທ່ານ ຄໍາສິງ ໄຊສົມແພງ ກໍໄດ້ແຈ້ງຈຸດປະສົງການລົງເຄື່ອນໄຫວວຽກງານຄັ້ງນີ້ ເພື່ອຕິດຕາມກວດກາການຈັດ ຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການເຄື່ອນໄຫວວຽກງານອື່ນໆ ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ; ພ້ອມນັ້ນ ກໍຈະໄດ້ເຮັດວຽກຮ່ວມກັບການນໍາຂອງ ແລະ ບັນດາຂະແໜງການກ່ຽວຂອງແຂວງ ເພື່ອປຶກສາລືວຽກງານຕ່າງໆ ໂດຍສະເພາະແມ່ນໂຄງປະກອບກົງຈັກການຈັດຕັ້ງບຸກຄະລາກອນ ເພື່ອຍົກສູງບາດບາດ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານໃນຖານະເປັນຕົວແທນປະຊາຊົນ ຂອງຄະນະ ສສຊ ແລະ ສສຂ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງມີຄວາມເຂັ້ມແຂງ ແລະ ດີຂຶ້ນເປັນກ້າວໆ.
-----
(ຂ່າວ-ພາບ: ສັນຍາ)