ໜ່ວຍພັກຂະແໜງຄົ້ນຄວ້າ-ສັງລວມສໍາເລັດກອງປະຊຸມໃຫຍ່ຄັ້ງທີ I
ກອງປະຊຸມໃຫຍ່ຄັ້ງທີI ໜ່ວຍພັກຂະແໜງຄົ້ນຄວ້າ-ສັງລວມ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງເຊກອງ ໄດ້ໄຂຂຶ້ນ ແລະສໍາເລັດລົງໃນວັນທີ 1 ຕຸລາ 2021ນີ້ ທີ່ຫ້ອງປະຊຸມຊັ້ນ III
ຫ້ອງວ່າການແຂວງ ໂດຍການກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສີສຸພັນ ມະຫາວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ສະຫາຍ ຫີນເພັດ ແກ້ວຫົງສາ ຮອງປະທານກວດກາພັກແຂວງ, ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ແຂກຖືກເຊີນ ແລະສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ສະຫາຍ ແກ້ວອຸດອນ ອິນທິສານ ເລຂາໜ່ວຍພັກຂະແໜງຄົ້ນຄວ້າ-ສັງລວມ ໄດ້ນໍາສະ ເໜີບົດລາຍງານການເມືອງທີ່ຢັ້ງຢືນເຖິງຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຂອງຄະນະພັກຮາກຖານຫ້ອງວ່າການແຂວງ ເຊິ່ງຍາມໃດຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກະຕິ ໂດຍໄດ້ຖືເອົາການດໍາເນີນຊີວິດການເມືອງປະຈໍາເດືອນພາຍໃນຈຸ-ໜ່ວຍ, ຂະແໜງການເປັນບ່ອນຕໍານິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ, ຈັດຕັ້ງເຜີຍແຜ່, ຄົ້ນ ຄວ້າເຊື່ອມຊຶມ ແລະຮໍ່າຮຽນມະຕິຄຳສັ່ງ, ກົດລະບຽບຂອງພັກ ແລະລະບຽບກົດໝາຍຂອງລັດແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານຮັບຮູ້, ເຂົ້າໃຈແລະກໍາແໜ້ນເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງ ແລະເປົ້າໝາຍທີ່ວາງໄວ້.
ຂະນະດຽວກັນ ກອງປະຊຸມໃຫຍ່ຍັງໄດ້ຜ່ານມະຕິ, ທິດທາງແຜນການ ແລະຄາດໝາຍສູ້ຊົນໃນສະເພາະໜ້າ, ຈາກນັ້ນ ກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກເຫັນດີເລືອກເອົາສະຫາຍ ແກ້ວອຸດອນ ອິນທິສານ ເປັນເລຂາໜ່ວຍພັກ ເພື່ອເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີ ແລະ ສືບຕໍ່ນໍາພາ-ຊີ້ນໍາໜ່ວຍພັກໃນຊຸມປີຕໍ່ໜ້າ, ສະຫາຍ ສົມຮັກ ແກ້ວສັກສີ ເປັນຮອງເລຂາ ແລະສະຫາຍ ໂພສີ ໂສທິກຸນ ເປັນກໍາມະການ, ທັງເປັນຜູ້ກວດກາໜ່ວຍພັກ.
ໂອກາດນີ້, ສະຫາຍ ສີສຸພັນ ມະຫາວົງ ກໍໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ແລະ ການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຂະແໜງຄົ້ນຄວ້າ-ສັງລວມໃນໄລຍະຜ່ານມາແລະຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍຜົນງານດ້ານດີເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງແລະສະກັດກັ້ນຕ້ານທຸກບັນຫາປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນຢູ່ກົມກອງຂອງຕົນ.ພ້ອມນີ້ສະຫາຍຍັງໄດ້ໃຫ້ທິດຊີ້ນໍາຕໍ່ກອງປະ ຊຸມຫຼາຍບັນຫາ ເພື່ອໃຫ້ຄະນະໜ່ວຍພັກ ແລະສະມາຊິກພັກນໍາໄປຈັດຕັ້ງຜັນຂະຫຍາຍເພື່ອເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນ ດ້ວຍບາດກ້າວຫັນປ່ຽນໃໝ່ທີ່ດີ, ຖືກຕ້ອງແລະສອດຄ່ອງກັບແນວນະໂຍບາຍທາງຂອງພັກກໍ່ຄືລະບຽບກົດໝາຍຂອງລັດວາງອອກ.
-----------
(ຂ່າວ-ພາບ: ສັນຍາ)