ແຂວງເຊກອງ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 3 ກໍລະນີ
ໃນວັນທີ 16 ສິງຫາ ນີ້ ທ່ານ ນາງ ດຣ. ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ກອງເລຂາຄະນະສະເພາະກິດຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:
ປະຈຸບັນ ຢູ່ແຂວງເຊກອງມີຜູ້ຕິດເຊື້ອໂຄວິດ-19 ສະສົມ 3 ກໍລະນີ, ຍິງ 2 ກໍລະນີ ( ໂດຍທັງ 3 ກໍລະນີ ແມ່ນຕິດເຊື້ອໃນຊຸມຊົນທັງໝົດ).
ຊຶ່ງໃນວັນທີ 14 ສິງຫາ ໄດ້ເກັບຕົວຢ່າງສົ່ງໄປກວດວິເຄາະຢູ່ສູນວິເຄາະສູນກາງ ທັງໝົດ 45 ຕົວຢ່າງ, ວັນທີ 16 ສິງຫາ ຜົນກວດອອກມາແມ່ນພົບເຊື້ອ 1 ກໍລະນີ ເຊິ່ງແມ່ນການຕິດເຊື້ອໃນຊຸມຊົນ ເປັນເພດຊາຍ ( ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 2 ) ເຊິ່ງ ກໍລະນີຢັ້ງຢືນທີ 3: ເປັນເພດຊາຍ ອາຍຸ 46 ປີ, ອາຊີບ ພະນັກງານແພດ, ປະຈຸບັນຢູ່ບ້ານແກ້ງກຽນ ເມືອງກະລຶມ, ຕາມຂໍ້ມູນເບື້ອງຕົ້ນມີຜູ້ສໍາຜັດໃກ້ຊິດທັງໝົດ 54 ຄົນ, ໃນວັນທີ 12/8/2021 ເລີ່ມມີອາການເປັນໄຂ້, ໄອ, ມີນໍ້າມູກ ແລະວັນທີ 13/8/2021 ໄດ້ເກັບຕົວຢ່າງສົ່ງມາກວດວິເຄາະຢູ່ໂຮງໝໍແຂວງ, ວັນທີ 16/8/2021 ຜົນກວດອອກມາພົບວ່າຕິດເຊື້ອໂຄວິດ-19 ເຊິ່ງປະຈຸບັນແມ່ນນອນແຍກປ່ຽວ ແລະຮັບການປິ່ນປົວຢູ່ສູນປິ່ນປົວທີ່ຄະນະສະເພາະກິດຂັ້ນແຂວງກໍານົດໄວ້, ສ່ວນຂໍ້ມູນຜູ້ສໍາຜັດໃກ້ຊິດຂອງກໍລະນີທີ 3 ແມ່ນຈະໄດ້ລາຍງານຕາມພາຍຫຼັງ.
ທ່ານ ນາງ ດຣ. ລໍາພັນ ໄຊຄໍາມີ ໃຫ້ຮູ້ຕື່ມວ່າ: ສໍາລັບບ້ານທີ່ຖືກກຳນົດເປັນເຂດແດງ ມີ 2 ບ້ານຄື: 1. ບ້ານໃໝ່ຫົວເມືອງ ຄຸ້ມ 5 ເມືອງລະມາມ, 2. ບ້ານແກ້ງກຽນ ເມືອງກະລຶມ, ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະທຸກພາກສ່ວນໃນສັງຄົມ ໂດຍສະເພາະຜູ້ທີ່ນອນໃນກຸ່ມເປົ້າໝາຍ ກໍຄືບ້ານທີ່ຖືກກຳນົດເປັນເຂດແດງ ຕ້ອງເປັນເຈົ້າການປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເປັນຕົ້ນ: ເວລາອອກຈາກເຮືອນໃຫ້ໃສ່ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງ 1-2 ແມັດ, ບໍ່ໄປບ່ອນທີ່ມີຄົນຫຼາຍ (ສະຖານທີ່ແອອັດ), ໝັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼືເຈວລ້າງມືທຸກໆຄັ້ງ ພ້ອມດຽວກັນນີ້ ຕ້ອງຮີບຮ້ອນໄປສັກວັກຊີນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ ທັງນີ້ ກໍເພື່ອສະກັດກັ້ນການຕິດເຊື້ອ ແລະແຜ່ເຊື້ອໃນຊຸມຊົນ ບໍ່ໃຫ້ມີການຂະຫຍາຍອອກສູ່ວົງກວ້າງ.
ຂ່າວ:ພຸດທະສອນ