ພຣະອາຈານ ກໍລະກັນ ມອບນໍ້າດື່ມໃຫ້ໜ່ວຍສັກວັກຊິນປ້ອງກັນໂຄວິດ-19
ວັນທີ 29 ກໍລະກົດ 2021 ພຣະອາຈານ ກໍລະກັນ ເຊື້ອໂຊດ ຮອງເຈົ້າອະທິການວັດໂພນດູ່ພັດທະນາຣາມບ້ານດ່ານ ໄດ້ນໍາເອົານໍ້າດື່ມ 20 ແກັດລວມມູນຄ່າ 7 ແສນກີບ ມອບໃຫ້ແພດ-ໝໍທີ່ເຮັດໜ້າທີ່ບໍລິການສັກວັກຊິນປ້ອງກັນໂຄວິດ-19 ຢູ່ຈຸດບໍລິການໂຮງໝໍແຂວງ, ທັງນີ້ ກໍເພື່ອເປັນການໃຫ້ກໍາລັງໃຈ ແລະປະກອບ ສ່ວນເຂົ້າໃນການປ້ອງກັນ, ຄວບຄຸມ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກ່າວຮັບແມ່ນທ່ານ
ນາງ ມະໂນລາ ສຸດທິຈັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໂດຍມີພະນັກງານແພດ-ໝໍ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້; ຜູ້ຕາງໜ້າພະນັກງານແພດ-ໝໍທີ່ເຮັດໜ້າທີ່ບໍລິການສັກວັກຊິນປ້ອງກັນໂຄວິດ-19 ກໍໄດ້ສະແດງຄວາມຂອບໃຈໄປຍັງພຣະອາຈານ ກໍລະກັນ ເຊື້ອໂຊດ ທີ່ມີຄວາມເປັນຫ່ວງເປັນໄຍ ແລະປະກອບສ່ວນເຂົ້າໃນການປ້ອງກັນ, ຄວບຄຸມ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງການລະບາດຂອງພະຍາດດັ່ງກ່າວຢູ່ໃນ ສປປ ລາວພວກເຮົາເຫັນໄດ້ວ່າ ນັບມື້ເພີ່ມຂຶ້ນ ແລະສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການດໍາລົງຊີວິດຂອງປະຊາຊົນ. ສະນັ້ນ ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ແລະປະຊາຊົນບັນດາເຜົ່າທົ່ວແຂວງເຊກອງ ຈົ່ງຮ່ວມໄມ້ຮ່ວມມືຊ່ວຍກັນປ້ອງກັນ ແລະຊ່ວຍກັນຕ້ານເພື່ອບໍ່ໃຫ້ມີການລະບາດຢູ່ພາຍໃນແຂວງພວກເຮົາ, ດ້ວຍການປະຕິບັດແຈ້ງການ, ຄໍາສັ່ງແນະນໍາຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະຂະແໜງການກ່ຽວຂ້ອງວາງອອກຢ່າງເຂັ້ມງວດ.
(ຂ່າວ-ພາບ: ແກ້ວໄຊຍະວົງ)