ເຊກອງ ປາຖະກະຖາວັນສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 100 ປີ.
ວັນທີ 23 ກໍລະກົດ 2021 ນີ້, ທີ່ສະໂມສອນແຂວງແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ (1/7/1921-1/7/2021) ຂຶ້ນ, ໂດຍການໃຫ້ກຽດ
ເຂົ້າຮ່ວມ ແລະປາຖະກາຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ອະດີດປະທານຄະນະກໍາມະການຮ່ວມມືລາວ-ຈີນ, ມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງເຊກອງ, ພ້ອມດ້ວຍບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາ ທັງ 4 ເມືອງ, ພະແນກການ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການສ້າງຕັ້ງ ແລະການນໍາພາຂອງພັກກອມມູນນິດຈີນວ່າ: ຕະຫຼອດໄລຍະ 100 ປີ ພັກກອມມູນິດຈີນໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານລະບົບການຈັດຕັ້ງພັກ ແລະສະມາຊິກພັກກໍມີຈໍານວນເພີ່ມຂຶ້ນຢ່າງຫຼວງຫຼາຍໃນອົງການຈັດຕັ້ງຂອງພັກ; ພາຍຫຼັງພັກກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນ, ສະມາຊິກພັກ ໄດ້ຮັບການຝຶກຝົນຫຼໍ່ຫຼອມຕົນເອງໃນແປວໄຟຂອງສົງຄາມຕໍ່ສູ້ປະຕິວັດປົດປ່ອຍຊາດ, ພັກໄດ້ສາມັກຄີເປັນເອກະພາບໃນການນໍາພາປະຊາຊົນຈີນດຳເນີນການຕໍ່ສູ້ຍາດເອົາໄຊຊະນະອັນຍິ່ງໃຫຍ່ຕໍ່ເນື່ອງລຽນຕິດ, ເຊິ່ງໄດ້ສ້າງສິ່ງມະຫັດສະຈັນຫຼາຍຢ່າງໃນປະຫວັດສາດຂອງຈີນ ເປັນຕົ້ນ ໄດ້ສໍາເລັດການປິຕິວັດຊາດປະຊາທິປະໄຕ ໃນສົງຄາມຕ້ານສັກດີນາ, ຂຸນເສິກ ແລະຟາດຊິດຍີ່ປຸ່ນ, ໄດ້ປະກາດຄວາມເປັນເອກະລາດຂອງຊາດ ແລະສະຖາປະນາເປັນປະເທດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949; ໄດ້ສໍາເລັດການປະຕິວັດສັງຄົມນິຍົມ, ສ້າງລະບອບພື້ນຖານສັງຄົມນິຍົມ; ໄດ້ດຳເນີນການປະຕິວັດໃໝ່ທີ່ຍິ່ງໃຫຍ່ຄື: ການປະຕິຮູບ ແລະເປີດປະຕູສູ່ໂລກພາຍນອກຢ່າງປະດິດສ້າງໃນປີ 1978; ນອກນັ້ນທ່ານຍັງໄດ້ຍົກໃຫ້ເຫັນການພົວພັນລະຫວ່າງສອງພັກ, ສອງລັດຖະບານ, ການພົວພັນຮ່ວມມືຂອງສອງລັດຖະບານ ລາວ-ຈີນ ແລະສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນຕື່ມອີກ.
ຂ່າວ:ພຸດທະສອນ