ອະດີດຮອງນາຍົກລັດຖະມົນຕີຢ້ຽມຢາມເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ
ໃນວັນທີ 23 ກໍລະກົດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະ ດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໂດຍມີທ່ານ ເຫຼັກໄຫຼ
ສີວິໄລ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ແພງສີ ສີລາວີ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງເຊກອງ, ຄະນະນໍາຂອງແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບຸນໂຮມ ຜິວລາລິນ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມຕັ້ງຢູ່ບ້ານລະວີລໍາພັນ, ເມືອງລະມາມ, ແຂວງເຊກອງ ເປັນປະເພດເຂື່ອນດິນໜຽວມີລວງຍາວ 492 m, ສູງ 55 m, ສັນເຂື່ອນກວ້າງ 5 m ໃນລະດັບສູງ 202 masl ທໍ່ສົ່ງ (Heafrace tunnel) ມີຂະໜາດເສັ້ນຜ່າສູນກາງ 3.2x3.2 m ມີຄວາມຍາວທັງໝົດ 187.22 masl ເຊິ່ງມີກໍາລັງຕິດຕັ້ງ 15 MW, ມີເຄື່ອງຈັກ 2 ໜ່ວຍ, ໜ່ວຍລະ 7.5 MW ຕາມການອອກແບບສາມາດຜະລິດກະແສໄຟຟ້າໄດ້ 68.31 GWh/ປີ Plan factor 51.98% ລະບົບສາຍສົ່ງເປັນລະບົບວົງຈອນດຽວມີຄວາມຍາວ 10 Km, ມີມູນຄ່າການກໍ່ສ້າງທັງໝົດ 48 ລ້ານກວ່າໂດລາສະຫະລັດ, ເລີ່ມລົງມືກໍສ້າງມາແຕ່ເດືອນຕຸລາ 20217 ແລະຄາດຄະເນຈະສໍາເລັດ 100% ໃນທ້າຍປີ 2021 ເຊິ່ງປະຈຸບັນແມ່ນໄດ້ຜະລິດພະລັງງານສົ່ງເຂົ້າລະບົບຂອງໄຟຟ້າລາວທີ່ສະຖານີຫນອງບົງແລ້ວ.
ທ່ານ ບຸນໂຮມ ຜິວລາລິນ ໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ແມ່ນໜຶ່ງໃນບັນດາໂຄງການບູລິມະສິດອັນສຳຄັນຂອງລັດຖະບານ ກໍຄືແຂວງເຊກອງ ແລະຈະເປັນການປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງໃຫ້ກ້າວໜ້າຂຶ້ນກວ່າເກົ່າ ໂດຍຫົວໜ້າໂຄງການເຊື່ອວ່າ ໂຄງການນີ້ ຈະເປັນສ່ວນທີ່ຊ່ວຍສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງສໍາລັບການພັດທະນາແບບຍືນຍົງຂອງ ສປປ ລາວ ກໍຄືແຂວງເຊກອງໃນການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ
(ຂ່າວ-ພາບ: ແກ້ວໄຊຍະວົງ)