ພະແນກສາທາລະນະສຸກເລື່ອສະມາ ຊິກພັກສໍາຮອງຂຶ້ນສົມບູນ 7 ສະ ຫາຍ
ຂ່າວ : ສັນຍາ
ໜ່ວຍພັກກັນພະຍາດ ແລະສົ່ງເສີມສຸຂະພາບທີ່ ຂຶ້ນກັບຄະນະພັກຮາກຖານຮາກຖານ ພະແນກສາ ທາລະນະສຸກແຂວງເຊກອງ ໄດ້ຈັດພິທີເລື່ອນສະ ມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 7 ສະ ຫາຍ, ຍິງ 4 ສະຫາຍ ໃນວັນທີ 18 ພະຈິກ 2019 ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການ ເຂົ້າຮ່ວມເປັນປະທານຂອງສະຫາຍ ວິສັນ ອິນທະວົງ ກໍາມະການພັກແຂວງ,
ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ; ພ້ອມນີ້ ກໍມີບັນດາທ່ານຄະນະພັກ, ສະມາຊິກພັກ ແລະແຂກຖືກເຊີນຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ນາງ ໄຍທອງ ສີລາວີ ຫົວໜ້າຂະແໜງຈັດຕັ້ງພະແນກສາທາ ລະນະສຸກແຂວງ ໃຫ້ກຽດຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງກ່ຽວກັບການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນສະບັບເລກທີ 316 – 322 ຄຈພຂ. ຊກ, ລົງວັນທີ 23 ຕຸລາ 2019 ວ່າດ້ວຍ: ການອະນຸມັດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາ ຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ, ຕາມລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ທີ່ໄດ້ກໍາ ນົດໄວ້ໃນໝວດທີ I ມາດຕາ 2 ຂໍ້ (ຄ) ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ ເຊິ່ງພວກ ກ່ຽວໄດ້ປະຕິບັດຕາມລະບຽບການທຸກຢ່າງທີ່ພັກປະຊາຊົນ ປະຕິວັດລາວວາງອອກ, ມີຄວາມສາມັກຄີພາຍໃນ-ພາຍນອກ ຢ່າງກວ້າງຂວາງ, ມີນໍ້າໃຈບໍລິສຸດສັດຊື່, ມີຫົວຄິດປະດິດສ້າງ, ຈູບຈ້າວຫ້າວຫັນ ແລະເຮັດສໍາເລັດທຸກໜ້າທີ່ວຽກງານທີ່ ໄດ້ຮັບການມອບໝາຍຈາກຂັ້ນເທິງ.
ຕອນທ້າຍສະຫາຍ ວິສັນ ອິນທະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະ ສຸກແຂວງ ກໍໄດ້ໂອ້ລົມຕໍ່ພະນັກງານ, ສະມາຊິກພັກໃຫ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍສໍາຄັນຂອງພັກ ປະຊາຊົນ ປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນ, ປະກອບດ້ວຍບຸກຄົນ ທີ່ຕື່ນຕົວສູງ, ຫ້າວຫັນໃນການຈັດຕັ້ງປະຕິບັດ ແລະອື່ນໆ.
ໂອກາດດຽວກັນນີ້ ຍັງໄດ້ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວສະໄໝສໍາຮອງ ຕື່ມອີກຈໍານວນ 1 ສະຫາຍ, ຍິງ 1 ສະຫາຍ.