ເຊກອງ-ກວາງນາມ ຈະຍົກສູງການ ຮ່ວມມືດ້ານແຜນການ ແລະການລົງ ທຶນ
ຂ່າວ : ສັນຍາ
ໃນທ້ານເດືອນຕຸລາຜ່ານມາ ທ່ານ ສາກົນ ພອນປະ ເສີດ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງເຊກອງ ສປປ ລາວ ພ້ອມຄະນະໄດ້ເດີນ ທາງໄປຮ່ວມເຮັດວຽກ ແລະແລກປ່ຽນບົດຮຽນ ກັບພະແນກແຜນການ ແລະການລົງທຶນແຂວງ ກວາງນາມ ສສ ຫວຽດນາມ ໂດຍມີທ່ານ ດັ້ງ ຟອງ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງກວາງນາມ ພ້ອມດ້ວຍຄະນະໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ໃນກອງປະຊຸມພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືແບບພິເສດຂອງສອງແຂວງ ເຊກອງ-ກວາງນາມໃນໄລຍະຜ່ານມາ ແລະຖືໂອກາດນີ້ ລາຍງານສະພາບພົ້ນເດັ່ນໃນການພັດທະນາເສດຖະ ກິດ-ສັງຄົມຂອງ ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດວຽກງານແຜນການ ແລະການລົງທຶນໃນໄລຍະຜ່ານມາ ແລະທິດທາງການເຄື່ອນໄຫວວຽກງານແຜນການໃນຕໍ່ໜ້າຂອງແຂວງຕົນໃຫ້ກັນຊາບ.
ສອງຝ່າຍໄດ້ເປັນເອກະພາບສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະການຮ່ວມມືລະຫວ່າງກັນໃຫ້ເປັນຮູບປະທໍາ ຂຶ້ນຕື່ມອີກ ໂດຍແມ່ນວຽກງານການຄຸ້ມຄອງການລົງທຶນຂອງລັດ, ວຽກງານປະເມີນຜົນ, ວຽກງານການດືງດູດສົ່ງເສີມ ນັກລົງທຶນ, ບັນດາຫົວໜ່ວຍທຸລະກິດ ແລະຜູ້ປະກອບການພາກເອກະຊົນພາຍໃນ ແລະຕ່າງໆປະເທດ, ເຫັນດີສະໜັບ ສະໜູນຈັດກອງປະຊຸມພົບປະແລກປ່ຽນ ແລະຖອດຖອນບົດຮຽນນໍາກັນໂດຍຜັດປ່ຽນກັນເປັນເຈົ້າພາບ, ເຫັນດີສະ ໜັບສະໜູນການກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດລະຫວ່າງກັນ ຜ່ານຮູບແບບການຝຶກອົບຮົມໄລຍະສັ້ນ ແລະໄລຍະຍາວ ໂດຍແຂວງກວາງນາມຈະສະໜັບສະໜູນໃຫ້ການຊ່ວຍເຫຼືອ 2-3 ຄົນຕໍ່ຄັ້ງຕາມເງື່ອນໄຂ ແລະຄວາມຕ້ອງການຂອງແຂວງເຊກອງ.
ຈຸດປະສົງຂອງການຮ່ວມມື ເພື່ອເປັນການຍົກສູງຄວາມຮູ້ ແລະຄວາມສາມາດໃຫ້ພະນັກງານພະແນກແຜນການ ແລະການລົງທຶນສອງແຂວງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານການຄຸ້ມຄອງ ການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດໃຫ້ມີປະສິດທິພາບ ແລະປະສິດທິຜົນດີຂຶ້ນ.