ຄະນະກວດກາພັກແຂວງເຊກອງເລື່ອນ ສະມາຊິກພັກສໍາຮອງຂຶ້ນສົມບູນ
ຂ່າວ : ສັນຍາ
ໜ່ວຍພັກຄະນະກວດກາພັກ-ລັດແຂວງເຊກອງໄດ້ ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກ ພັກສົມບູນຈໍານວນ 2 ສະຫາຍຂຶ້ນໃນວັນທີ 1 ພະ ຈິກ 2019 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງສະຫາຍນາງ ຈັນຫອມ ມະຫາໄຊ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກແຂວງ; ພ້ອມນີ້ ກໍມີບັນດາ ສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກ ຖືກເຊີນ ແລະສະມາຊິກພັກ ສົມ ບູນ-ສໍາຮອງເຂົ້າຮ່ວມ.
ໃນພິທີສະຫາຍ ກາວິນແກ້ວຈັນທະວົງ ຫົວໜ້າຂະແໜງກໍ່ສ້າງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ກ່ຽວກັບການເລື່ອສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ສະບັບເລກທີ313 ແລະເລກທີ 314 ລົງວັນທີ 22 ຕຸລາ 2019 ວ່າດ້ວຍ:ການອະນຸມັດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດ ລາວ, ຕາມລະບຽບພັກປະຊາຊົນ ປະຕິວັດລາວສະໄໝທີX ທີ່ໄດ້ກໍານົດໄວ້ໃນໝວດທີI ມາດຕາ2 ຂໍ້ (ຄ)ວ່າດ້ວຍ ການພິຈາລະນາເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນເຊິ່ງພວກກ່ຽວໄດ້ປະຕິບັດລະບຽບການທຸກຢ່າງທີ່ພັກປະຊາຊົນ ປະຕິວັດລາວວາງອອກ, ມີຄວາມສາມັກຄີພາຍໃນ-ພາຍນອກຢ່າງກວ້າງຂວາງ, ມີນໍ້າໃຈຮັກຊາດບໍລິສຸດສັດຊື່, ມີຄວາມ ຈົ່ງຮັກພັກດີ, ມີຫົວຄິດປະດິດສ້າງຈູບຈ້າວຫ້າວຫັນແລະເຮັດສໍາເລັດທຸກວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ.
ຕອນທ້າຍສະຫາຍປະທານກວດກາພັກແຂວງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານ, ສະມາຊິກພັກຄະນະກວດກາພັກ ແຂວງໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍຄວາມສໍາຄັນຂອງພັກປະຊາຊົນປະຕິວັດລາວແມ່ນກອງນໍາໜ້າທີ່ມີການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນ, ປະກອບດ້ວຍບຸກຄົນທີ່ຕື່ນຕົວສູງ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ແລະອື່ນໆ.
ພ້ອມກັນສະຫາຍຍັງເນັ້ນໃຫ້ສະມາຊິກພັກສົມບູນໃໝ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກແລະກົດ ໝາຍຂອງລັດ, ທັງນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດຂອງຕົນໃຫ້ສູງຂຶ້ນ, ຕ້ານ ແນວຄິດເອກະຊົນ, ອາດຍາສິດ, ສວຍໃຊ້ໜ້າທີ່ຕຳແໜ່ງສໍ້ລາດບັງຫຼວງຫຼິ້ນກິນຟຸມເຟືອຍແລະປະກົດການຫຍໍ້ທໍ້ອື່ນໆ, ປະກອບສ່ວນເຂົ້າໃນການກໍສ້າງພັກເຮັດໃຫ້ພັກປອດໃສ, ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ດຳເນີນການຕິຊົມຕົນເອງ ແລະຕິຊົມກັນເປັນປະຈຳຢ່າງເຂັ້ມງວດ, ຍົກສູງສະຕິປົກປັກຮັກສາພັກ ແລະຮັກສາຄວາມສາມັກຄີພາຍໃນໜ່ວຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.