ເຈົ້າແຂວງເຊກອງ ຕ້ອນຮັບປະທານສູນກາງສະຫະພັນແມ່ຍິງລາວ
ວັນທີ 2 ມິຖຸນາ 2022 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.
ໃນໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວສະແດງການຕ້ອນຮັບ ແລະ ລາຍງານການເຄື່ອນໄຫວນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງຕໍ່ວຽກງານສະຫະພັນແມ່ຍິງ ແລະ ທ່ານຍັງໄດ້ມີຄໍາເຫັນສະເໜີຕໍ່ປະທານສູນກາງສະຫະພັນແມ່ ຍິງລາວ ໃນການສ້າງຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດ, ຍົກລະດັບດ້ານວິຊາການ, ການກໍານົດລະບຽບຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງແຂວງເຊກອງ ແນໃສ່ຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ວຽກງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງມີຜົນສໍາເລັດໃໝ່ທີ່ດີກວ່າເກົ່າ.
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍໄດ້ສະແດງຄວາມຂອບອົກຂອບໃຈ, ແຈ້ງຈຸດປະສົງໃນການມາເຮັດວຽກງານຢູ່ແຂວງເຊກອງ ແລະ ຮັບເອົາຄໍາສະເໜີຂອງທ່ານເຈົ້າແຂວງໄປພິຈາລະນາ. ພ້ອມນີ້ ປະທານສູນກາງສະຫະພັນແມ່ຍິງລາວ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານ ເຊິ່ງມີຫຼາຍອັນທີ່ພົ້ນເດັ່ນ ແລະ ຍັງມີບາງດ້ານທີ່ພົບຄວາມຫຍຸງຍາກ, ສະເໜີໃຫ້ການນຳແຂວງເປັນໃຈກາງໃນການນໍາພາ-ຊີ້ນໍາ, ຕິດຕາມກວດກາການປະຕິບັດນິຕິກໍາຕ່າງໆ ເພື່ອແນໃສ່ພັດທະນາວຽກງານສະຫະພັນແມ່ຍິງໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ເຮັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ.
ໃນໂອາກດັ່ງກ່າວ ທ່ານເຈົ້າແຂວງເຊກອງ, ປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານຮອງເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນໍາແຂວງ-ສູນກາງສະຫະພັນແມ່ຍິງລາວໄດ້ຮ່ວມກັນປູກຕົ້ນໄມ້ຢູ່ເດີ່ນຫ້ອງວ່າການແຂວງ ເພື່ອເປັນການປະກອບສ່ວນເຂົ້າໃນການເພີ່ມພື້ນທີ່ສີຂຽວຕາມແນວທາງນະໂຍບາຍຂອງພັກ-ລັດຖະບານໃຫ້ນັບມື້ສູງຂຶ້ນ.
-----
(ຂ່າວ-ພາບ: ສັນຍາ)