ເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍໄດ້ 215 ຄັນ
ເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍໄດ້ 215 ຄັນພາຍຫລັງ
ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີກໍຄືຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນແລະ ການຕົກລົງຂອງເຈົ້າແຂວງໆເຊກອງໃຫ້ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ, ເຈົ້າຫນ້າທີ່ພາສີແຂວງດັ່ງກ່າວ ສາມາດສະສາງໄດ້ 215 ຄັນ ເກັບເງິນພາສີໄດ້ 3,5 ຕື້ກວ່າກີບ.
ທ່ານ ແກ້ວອໍາພອນ ແສງນວນຈັນ ຫົວຫນ້າພາສີປະຈໍາແຂວງເຊກອງ ໃຫ້ສໍາພາດວ່າ: ພວກເຮົາໄດ້ເລີ່ມປະຕິບັດແຕ່ກາງເດືອນພະຈິກ 2021 ແລະ ມາຮອດວັນທີ 31 ມີນາ 2022 ໂດຍຕາມການຂຶ້ນບັນຊີມີ367 ຄັນ ໃນນີ້ລົດໃຫຍ່ 176 ຄັນ ແລະ ລົດຈັກ 191 ຄັນ ສາມາດສະສາງໄດ້ 215 ຄັນໃນນີ້ລົດໃຫຍ່ 143 ຄັນ, ລົດຈັກ 72 ຄັນ ແລະ ເກັບຄ່າພາສີ-ອາກອນໄດ້ 3.576.171.500 ກີບ.ແນວໃດກໍດີ ແຕ່ເດືອນເມສາຫາເດືອນມິຖຸນາ, ອົງການປົກຄອງແຂວງເຊກອງ ເນັ້ນໃຫ້ຄະນະກໍາມະການຮັບຜິດຊອບ ເລັ່ງແກ້ໄຂບັນຫາການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາໃຫ້ຂາດຕົວ.