ລັດວິສາຫະກິດໄຟຟ້າລາວສາຂາເຊກອງ ສະຫຼຸບວຽກງານຂໍ້ແຂ່ງຂັນ 3 ດີ
ຂ່າວ : ແວວຕາ
ເພື່ອເປັນການປະເມີນຄືນການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີໃຫ້ ຟົດຟື້ນດໍາເນີນໄປຢ່າງມີປະສິດທິພາບ ແລະໄດ້ ຕາມລະດັບຄາດໝາຍ,ຄະນະໜ່ວຍສະຫະພັນແມ່ ຍິງ ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະ ຕິບັດຂໍ້ແຂ່ງຂັນ 3 ດີໄລຍະ II ປະຈໍາປີ 2018-2019 ແລະແຜນການປະຈໍາປີ 2020 ຂຶ້ນໃນວັນທີ 26 ກັນຍາ 2019 ທີ່ຫ້ອງປະຊຸມ ຂອງຕົນໂດຍມີທ່ານ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ວິໄຊ ໄຍຍາສານ ເລຂາໜ່ວຍພັກລັດວິສາຫະກິດໄຟຟ້າ ລາວສາຂາເຊກອງ, ພ້ອມນີ້ ກໍມີສະມາຊິກແມ່ຍິງ ພາຍໃນໜ່ວຍແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງເຊກອງ ໃຊ້ງົບກວ່າ 40 ຕື້ກີບ ພັດທະນາພື້ນຖານໂຄງລ່າງ
ເຊກອງແມ່ນແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ຕໍ່ ການພັດທະນາພື້ນຖານໂຄງລ່າງຂອງແຂວງໂດຍ ໃນປີນີ້ໄດ້ນໍາໃຊ້ງົບໄປແລ້ວຫຼາຍກວ່າ 40 ຕື້ກີບ ເຂົ້າໃນວຽກງານດັ່ງກ່າວ ທັງນີ້ກໍເພື່ອເຮັດ ໃຫ້ເສັ້ນ ທາງຄົມມະນາຄົມໃນຂອບເຂດທົ່ວ ແຂວງໄດ້ຮັບ ການກໍ່ສ້າງ ແລະບູລະນະຮັກສາ ຟື້ນຟູປະກອບ ສ່ວນອໍານວຍຄວາມໃນການໄປ-ມາຫາສູ່ ແລະຂົນ ສົ່ງສິນຄ້າຂອງປະຊາຊົນໄດ້ສະ ດວກສະບາຍດີຂື້ນ ກວ່າເກົ່າ.
ແຂວງເຊກອງ ໄດ້ຮັບຢາ ແລະອຸປະກອນສະຕະວະແພດ
ຂ່າວ : ສັນຍາ
ພິທີມອບ-ຮັບຢາ ແລະ ອຸປະກອນສະຕະວະແພດ ລະຫວ່າງ ພະແນກກະສິກໍາ-ປ່າໄມ້ ແຂວງເຊກອງ ແລະກົມລ້ຽງ ແລະການປະມົງ, ກະຊວງກະສິກໍາ- ປ່າໄມ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ກັນຍາ 2019 ທີ່ພະແນກກະສິກໍາ-ປ່າໄມ້ແຂວງ -ຊຶ່ງກ່າວ ມອບແມ່ນ ທ່ານ ດຣ. ສີແສງ ຂຸນສີ ຮອງຫົວໜ້າ ກົມລ້ຽງສັດ ແລະການປະມົງ, ກ່າວຮັບແມ່ນ ທ່ານ ສົມຫວັງ ຂໍາມະວົງ ຫົວໜ້າພະແນກກະສິກໍາ-ປ່າ ໄມ້ແຂວງ ໂດຍຊ້ອງໜ້າພະນັກງານທີ່ກ່ຽວຂ້ອງທັງ ສອງຝ່າຍ.
ພະແນກການເງິນແຂວງ ເລື່ອນສະ ມາຊິກພັກສໍາຮອງຂຶ້ນສົມບູນ
ຂ່າວ : ສັນຍາ
ພະແນກການເງິນແຂວງເຊກອງໄດ້ຈັດພິທີ ເລື່ອນ ສະມາຊິກພັກສໍາຮອງຂຶ້ນເປັນສະມາ ຊິກພັກສົມ ບູນ 3 ສະຫາຍ, ຍິງ 1 ສະຫາຍ ໃນວັນ ທີ 23 ກັນຍາ 2019 ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການ ເຂົ້າຮ່ວມເປັນປະທານຂອງສະຫາຍ ຄໍາຮູ້ ອ່ອນມະນີ ຄະນະພັກຮາກຖານ, ຫົວໜ້າ ພະແນກການເງິນແຂວງ, ມີບັນດາທ່ານ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະແຂກຖືກເຊີນຈາກ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດຂະບວນການຊຸກຍູ້ເສຍຄ່າທາງ ແລະພາສີທີ່ດິນຜ່ານທະນາຄານ
ຂ່າວ : ສັນຍາ
ສ່ວຍສາອາກອນປະຈໍາແຂວງເຊກອງຮ່ວມກັບທະ ນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາ ເຊກອງ (ທຄຕລ) ແລະຫ້ອງການໆເງິນເມືອງລະ ມາມເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2019 ຂຶ້ນໃນວັນທີ 25 ກັນຍາ 2019 ທີ່ເດີ່ນ ສູນການຄ້າແຂວງເຊກອງ ໂດຍມີທ່ານ ຄອນປະ ເສີດ ຫຼວງສຸວັນນະວົງ ວ່າການຫົວໜ້າ ທຄຕລ ສາຂາເຊກອງ, ທ່ານ ສົມບູນ ພັນຈັນ ຮອງຫົວ ໜ້າສ່ວຍສາອາກອນປະຈໍາແຂວງ, ມີທ່ານຮອງ ຫົວໜ້າຫ້ອງການໆການເງິນເມືອງລະມາມ, ພະ ນັກງານວິຊາການກ່ຽວຂ້ອງ ແລະອໍານາດການ ປົກຄອງ 6 ບ້ານເທສະບານແຂວງເຂົ້າຮ່ວມ.
ຮອງເຈົ້າອະທິການວັດບ້ານດ່ານມອບ ເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ພຣະອາຈານ ກໍລະກັນ ເຊື້ອໂຊດ ຮອງເຈົ້າອາທິ ການວັດໂພນດູ່ທະນາຣາມບ້ານດ່ານເມືອງລະມາມ, ພ້ອມດ້ວຍພຣະສົງ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະປະຊາຊົນບ້ານດ່ານໄດ້ລົງ ມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກໃຫ້ແກ່ຜູ້ປະສົບໄພ ນ້ຳຖ້ວມຢູ່ເມືອງດາກຈຶງ ໂດຍສະເພາະປະຊາຊົນ ບ້ານຕັງໂບຣງ ທີ່ປະສົບໄພນໍ້າຖ້ວມໃນຕົ້ນເດືອນ ກັນຍາ ຜ່ານມາ.