ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ສະຫະພັນກໍາມະບານພະແນກສາ ທາລະນະສຸກແຂວງ
ຂ່າວ : ສັນຍາ
ກອງປະຊຸມໃຫຍ່ຄັ້ງທີ III ຂອງສະຫະພັນກໍາ ມະບານພະແນກສາທາລະນະສຸກແຂວງເຊກອງໄດ້ ໄຂຂຶ້ນ ແລະສໍາເລັດລົງໃນຕອນເຊົ້າວັນທີ 16 ຕຸ ລານີ້ ໂດຍການເປັນປະທານຂອງທ່ານ ນາງ ຈັນສີ ວົງຄໍາສາ ປະທານຄະນະບໍລິຫານງານສະຫະພັນ ກໍາມະບານພະແນກສາທາລະນະສຸກແຂວງ ແລະ ເຂົ້າຮ່ວມມີທ່ານ ວົງເດືອນ ຈັນທະບຸດຊຽງ ຄະ ນະບໍລິຫານງານສູນກາງສະຫະພັນກໍາມະ ບານ ລາວ, ປະທານຄະນະບໍລິຫານງານສະຫະພັນກໍາ ມະບານແຂວງ, ທ່ານ ວິສັນ ອິນທະວົງ ກໍາມະ ການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວ ໜ້າພະແນກສາທາລະນະສຸກແຂວງ; ນອກນີ້ ກໍມີ ຄະນະພັກ-ຄະນະໜ່ວຍພັກ, ຮອງຫົວໜ້າພະ ແນກ, ຄະນະໜ່ວຍ, ສະມາຊິກກໍາ ມະບານ ແລະແຂກຖືກເຊີນເຂົ້າຮ່ວມ.
ເຊກອງ-ດາຫນັງຕີລາຄືນຜົນການ ຈັດຕັ້ງປະຕິບັດການຮ່ວມມືຮອບ ດ້ານ
ຂ່າວ: ພຸດທະສອນ
ວັນທີ 1 ຕຸລານີ້ຄະນະຜູ້ແທນຂັ້ນສູງນະຄອນດາ ຫນັງ ສສ ຫວຽດນາມນໍາໂດຍທ່ານ ເຈືອງກວາງ ເຫງ້ຍ ກໍາມະການສູນກາງພັກກອມມູນິດຫວຽດ ນາມ, ເລຂາຄະນະພັກນະຄອນດາຫນັງໄດ້ ເຂົ້າຮ່ວມກອງປະຊຸມປະຈໍາປີ 2019 ລະຫວ່າງ ຄະນະນໍາຂັ້ນສູງແຂວງເຊກອງ ແລະ ຄະນະຜູ້ ແທນຂັ້ນສູງນະຄອນດາຫນັງທີ່ແຂວງເຊກອງໄດ້ ຮັບການຕ້ອນຮັບຈາກ ທ່ານ ຄໍາເຜີຍ ບຸດດາວຽງ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງເຊກອງພ້ອມຄະນະ ຢ່າງອົບອຸ່ນ ແລະສົມກຽດ.
9 ເດືອນ ເມືອງດາກຈຶງ ເກັບລາຍ ຮັບໄດ້ 2,5 ຕື້ກວ່າກີບ
ຂ່າວ : ສັນຍາ
ໃນໄລຍະ 9 ເດືອນຜ່ານມາ ເມືອງດາກຈຶງ ສາມາດຈັດເກັບ ລາຍຮັບເຂົ້າງົບປະມານໄດ້ 2,5 ຕື້ກວ່າກີບເທົ່າກັບ 82,77% ຂອງແຜນການປີ, ພາກສ່ວນກ່ຽວຂ້ອງຢືນຢັນວ່າ ການຈັດເກັບ ລາຍຮັບໝົດປີ ກໍຄືອີກ 3 ເດືອນທີ່ເຫຼືອໃຫ້ບັນ ລຸຕາມແຜນການທີ່ວາງເອົາໄວ້.
ສານປະຊາຊົນສອງແຂວງແລກປ່ຽນ ບົດຮຽນ
ຂ່າວ : ສັນຍາ
ວັນທີ 1 ຕຸລາ 2019 ທີ່ສານປະຊາຊົນແຂວງ ເຊ ກອງ, ທ່ານ ສົມຈິດ ວໍລະວົງ ປະທານສານປະຊາ ຊົນແຂວງເຊກອງ ພ້ອມຄະນະ ໄດ້ຕ້ອນຮັບການ ມາຮ່ວມເຮັດວຽກ ແລະ ແລກປ່ຽນບົດຮຽນຂອງ ສານປະຊາຊົນ ແຂວງເທື່ອທຽນເຫວ້ ສສ ຫວຽດ ນາມ ນໍາໂດຍທ່ານ ຫງວຽນ ວັນ ເບື່ອງ ປະທານ ສານປະຊາຊົນແຂວງເທື່ອທຽນເຫວ້ ພ້ອມຄະນະ ຢ່າງອົບອຸ່ນ ແລະສົມກຽດ.
ດາກຈຶງ ເລີ່ມເສຍຄ່າທາງ ແລະພາສີ ທີ່ດິນ ຜ່ານທະນາຄານ
ຂ່າວ : ສັນຍາ
ສ່ວຍສາອາກອນປະຈໍາແຂວງ, ທະນາຄານການຄ້າ ຕ່າງປະເທດລາວມະຫາຊົນສາຂາເຊກອງ, ເຈົ້າໜ້າ ທີ່ຕໍາຫຼວດຈາລະຈອນແຂວງ ແລະຫ້ອງການໆເງິນ ເມືອງດາກຈຶງໄດ້ຮ່ວມກັນເປີດຂະບວນການຊຸກຍູ້ ເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບ ທະນາຄານປະຈໍາປີ 2019 ຂຶ້ນໃນວັນທີ 3 ກັນຍາ 2019 ໂດຍມີ ທ່ານ ຄອນປະເສີດ ຫຼວງສຸວັນນະ ວົງ ຫົວໜ້າ ທຄຕລ ສາຂາເຊກອງ, ທ່ານ ພັນໂທ ຊຽງກ່ອງແກ້ວ ບຸດດາເຮືອງ ຮອງຫົວໜ້າຫ້ອງຕໍາ ຫຼວດກອງບັນຊາການ ປກສ ແຂວງ, ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ, ທ່ານຫົວໜ້າຫ້ອງການໆການເງິນເມືອງດາກຈຶງ, ພະ ນັກງານວິຊາການກ່ຽວຂ້ອງ ແລະອົງການປົກ ຄອງ 4 ບ້ານເທສະບານເມືອງເຂົ້າຮ່ວມ.
ສກຈຮ ຈໍາປາສັກ ມອບ 10 ລ້ານກີບ ຊ່ວຍນໍ້າຖ້ວມຢູ່ເຊກອງ
ຂ່າວ : ສັນຍາ
ສະຖາບັນການເງິນ ຈຸລະພາກທີ່ຮັບເງິນຝາກຈໍາປາ ສັກຈໍາກັດ (ສກຈຮ. ຈປສ) ໄດ້ປະກອບສ່ວນ ມອບເງິນຈໍານວນ 10 ລ້ານກີບຊ່ວຍຜູ້ປະສົບໄພ ນໍ້າຖ້ວມທີ່ແຂວງເຊກອງ ເພື່ອໃຫ້ແຂວງນໍາໄປໃຊ້ ຈ່າຍເຂົ້າໃນການຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມ.