ຂະແໜງທ່ອງທ່ຽວ
ພາລະບົດບາດ-ໜ້າທີ່ ຂອງຂະແໜງທ່ອງທ່ຽວ
- 1.)ທີຕັ້ງ ແລະ ພາລະບົດບາດຂອງຂະແໜງທ່ອງທ່ຽວ:
ຂະແໜງທ່ອງທ່ຽວ ແມ່ນຂະແໜງວິຊາການໜື່ງ ໃນໂຄງປະກອບອົງການຈັດຕັ້ງຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ
ແລະ ທ່ອງທ່ຽວ ປະຈໍາແຂວງເຊກອງ ( ມີຊື່ຂຽນເປັນຕົວອັກສອນຫຍໍ້ວ່າ: ຂໜທ), ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະນໍາຂອງພະແນກ ຖວທ ແຂວງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ, ກໍານົດຍຸດທະສາດ, ແຜນພັດທະນາການທ່ອງທ່ຽວ ພ້ອມທັງຄົ້ນຄ້ວາ ຂຽນ ແລະ ຜັນຂະຫຍາຍ ບັນດານິຕິກໍາ ໃນການຄຸ້ມຄອງດ້ານບໍລິການ, ການທ່ອງທ່ຽວ ເປັນຕົ້ນ: ການຄຸ້ມຄອງດ້ານຖຸລະກິດກິນດື່ມ-ບັນເທິງ, ຮ້ານອາຫານ, ບໍລິຫານການນໍາທ່ຽວ, ບໍລິການເຮືອນພັກ-ໂຮມແຮມ ແລະ ຣີສອດ, ໂຄສະນາເຜີຍແຜ່ ແລະ ສະໜອງຂໍ້ມູນ-ຂ່າວສານ ການທ່ອງທ່ຽວ, ແຫຼ່ງທ່ອງທ່ຽວພາຍໃນແຂວງ ໃຫ້ແຂກພາຍໃນ ແລະ ຕ່າງປະເທດຮັບຮູ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ.
- 2.)ໜ້າທີ່ ຂອງຂະແໜງທ່ອງທ່ຽວ:
- ຄົ້ນຄ້ວາ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຫັນເປັນແຜນຍຸດທະສາດ, ແຜນງານ ແລະ ໂຄງການລະອຽດ ໃນການຈັດຕັ້ງປະຕິບັດ ເພື່ອການພັດທະນາ, ຝຶກອົບຮົມ, ການໂຄສະນາສົ່ງເສີມ, ການຄຸ້ມຄອງການທ່ອງທ່ຽວຢູ່ອຂວງເຊກອງ.
- ຄົ້ນຄ້ວາ, ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງ ກັບການພັດທະນາ, ການຄຸ້ມຄອງການທ່ອງທ່ຽວ ພ້ອມທັງເຜີຍແຜ່ບັນດານິຕິກໍາ ກ່ຽວກັບວຽກງານທ່ອງທ່ຽວ ໃຫ້ພາກສ່ວນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈ.
- ຄົ້ນຄ້ວາ, ຂຽນບົດສະເໜີໂຄງການລົງທຶນຂອງລັດ ແລະ ພັດທະນາການທ່ອງທ່ຽວ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແຕ່ລະຂັ້ນ ເພື່ອກໍານົດ, ວາງແຜນພັດທະນາ, ປັບປຸງ-ບູລະນະ ແຫຼ່ງທ່ອງທ່ຽວພາຍໃນແຂວງຂອງຕົນ.
- ຂື້ນແຜນງົບປະມານ-ການເງິນ ເພື່ອສະໜອງໃຫ້ແກ່ການເຄື່ອນໄຫວວຽກງານທ່ອງທ່ຽວ ໃນແຕ່ລະໄລຍະ ເພື່ອເຮັດໃຫ້ວຽກງານບັນລຸຕາມແຜນການທີ່ວາງໄວ້ ທັງມີການສະຫູຸບລາຍງານ ສ່ອງແສງໃຫ້ຂັ້ນເທິງເປັນປົກກະຕິ ເຊັ່ນ: ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ.
- ເພີ່ມທະວີໂຄສະນາການທ່ອງທ່ຽວ ດ້ວຍຫຼາຍຮູບແບບ ແລະ ແລກປ່ຽນຂໍ້ມູນ-ຂ່າວສານກັບພາກສ່ວນຕ່າງໆເຊັ່ນ: ໂຄສະນາຜ່ານສື່ເອເລັກໂຕນິກ, ວາລະສານ, ຮູບພາບ, ເວັບໄຊ, ສື່ອ່ອນລາຍຕ່າງໆ, ສະປອດໂຄສະນາ ເພື່ອສະໜອງຂໍ້ມູນດ້ານການທ່ອງທ່ຽວ, ແຫຼ່ງທ່ອງທ່ຽວໃຫ້ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ ທັງຈັດຕັ້ງເຂົ້າຮ່ວມໂຄສະນາ ແລະ ອອກອະນຸຍາດຮ້ານວາງສະແດງການທ່ອງທ່ຽວຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງຂອງຂັ້ນເທິງ. ສໍາຫຼວດ, ເກັບກໍາຂໍ້ມູນ, ອອກແບບຈັດສັນ ແລະ ຂື້ນບັນຊີສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ; ປະຫວັດສາດ ແລະ ວັດທະນະທໍາ ທັງສັງລວມຂໍ້ມູນ-ຂ່າວສານ, ວິເຄາະຂໍ້ມູນສະຖິຕິການທ່ອງທ່ຽວ ເພື່ອຮັບໃຊ້ວາງແຜນພັດທະນາ ແລະ ການໂຄສະນາການທ່ອງທ່ຽວ, ສົ່ງເສີມສ້າງກິດຈະກໍາຕ່າງໆ ຮ່ວມກັບພັກ-ລັດ ແລະ ເອກະຊົນ ເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ໃນການຈັດງານເທສະການ, ງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ແລະ ສົ່ງເສີມການຜະລິດ-ຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ. ຄົ້ນຄ້ວາ ປະກອບຄໍາຄິດເຫັນ ແລະ ຢັ້ງຢືນເປັນລາຍລັກອັກສອນກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂົງເຂດວຽກງານທ່ອງທ່ຽວ, ກ່ຽວກັບການອອກ ຫຼື ໂຈະຖອນການອະນຸຍາດດໍາເນີນຂອງບໍລິສັດທ່ອງທ່ຽວ, ບັດນໍາທ່ຽວ ບໍລິສັດຂົນສົ່ງທ່ອງທ່ຽວ, ໂຮງແຮມ-ເຮືອນພັກ, ຣີສອດ, ຮ້ານອາຫານ, ສະຖານບັນເທິງທຸກປະເພດ ເປັນຕົ້ນ: ເທັກ, ພັບໄນຄຣັບ, ບາ, ຄາລາໂອເກະ, ບັນເທິງກາງແຈ້ງ, ສະໂມສອນເກມ ແລະ ການຫຼີ້ນເກມຕ່າງໆ ເຊັ່ນ: ເກມຝຶກສະໝອງ-ລອງປັນຍາ, ເກມພະນັນທຸກປະເພດ, ສະຖານທີ່ພັກຜ່ອນ, ສະຖານທີ່ທ່ອງທ່ຽວ ແລະ ທຸລະກິດໃນຂະແໜງການທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ.
- ປະສານສົມທົບກັບເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ໃນການກວດກາ, ສະກັດກັ້ນ ຕິດຕາມການນໍາທ່ຽວ ແລະ ບໍລິການທ່ອງທ່ຽວ, ບັນດາທຸລະກິດບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທິງ ໃຫ້ເຄື່ອນໄຫຫວສອດຄ່ອງກັບລະບຽບກົດໝາຍ.
- ຄົ້ນຄ້ວາເງື່ອນໄຂ, ມາດຕະຖານ ແລະ ສະເໜີຂັ້ນເທິງຢັ້ງຢືນການຈັດລະດັບກ່ຽວກັບເຮືອນພັກ, ໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວ.
- ຄົ້ນຄ້ວາ ພັດທະນາຫຼັກສູດການຮຽນ-ການສອນ ແລະ ອຸປະກອນການໃຊ້ໃນການຝຶກອົບຮົມ, ຈັດຝຶກອົບຮົມພາຍໃນແຂວງດ້ານການບໍລິການໃຫ້ທຸລະກິດໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ, ສະຖານບັນເທິງທຸກປະເພດ, ສະຖານທີ່ພັກຜ່ອນ, ສະຖານທີ່ທ່ອງທ່ຽວ.
- ສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມ, ຊຸກຍູ້ ການເສຍພັນທະເຂົ້າກອງທຶນແຫ່ງຊາດ ເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຕາມການແບ່ງຂັ້ນຄຸ້ມຄອງ ແລະ ລາຍງານໃຫ້ການນໍາພະແນກ, ການນໍາຂອງແຂວງ ແລະ ຂັ້ນກະຊວງຮັບຊາບ.
- 3.)ຂອບເຂດສິດ ຂອງຂະແໜງທ່ອງທ່ຽວ:
- ມີສິດລາຍງານສ່ອງແສງ ແລະ ຂໍທິດຊີ້ນໍາກ່ຽວກັບການເຄື່ອນໄຫວວຽກງານການທ່ອງທ່ຽວພາຍໃນຂອບເຂດຂະແໜງຮັບຜິດຊອບ ໃຫ້ຄະນະພະແນກ, ການນໍາຂອງແຂວງ ແລະ ຂັ້ນກະຊວງ.
- ມີສິດຮ່າງຂໍ້ຕົກລົງ, ຄໍາສັ່ງແນະນໍາ, ແຈ້ງການ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຂອງຂະແໜງທ່ອງທ່ຽວ ເພື່ອນໍາສະເໜີໃຫ້ຫົວໜ້າພະແນກຕົກລົງ ແລະ ມີສິດອອກແຈ້ງການ, ໜັງສືສະເໜີ ແລະ ຢັ້ງຢືນເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງທ່ອງທ່ຽວຕາມພາລະບົດບາດຂອງຕົນ.
- ມີສິດສະເໜີ, ປະກອບຄໍາຄິດເຫັນ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະພະແນກ, ຄະນະພັກຂັ້ນເທິງທີ່ກ່ຽວຂ້ອງທີ່ຈັດຂື້ນຢູ່ພາຍໃນ ແລະ ຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ.
- ມີສິດເຊັນເອກະສານຢັ້ງຢືນຕ່າງໆ ຢູ່ໃນຂອບເຂດຂອງຕົນຮັບຜິດຊອບ, ສະເໜີການຍ້ອງຍໍຕໍ່ຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວ ທີ່ມີຜົນງານ ຫຼື ປະຕິບັດມາດຕາການໃນກໍລະນີທີ່ມີການລະເມີດລະບຽບກົດໝາຍ, ລະບຽບກ່ຽວກັບການຄຸ້ມຄອງວຽກງານທ່ອງທ່ຽວ ຕໍ່ຫົວໜ້າພະແນກ ແລະ ການນໍາຂອງແຂວງ ກໍ່ຄືກະຊວງເພື່ອພິຈາລະນາ.
- ມີສິດປະສານສົມທົບ ວຽກງານກັບຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ.
- ມີຄໍາຄິດຄໍາເຫັນ ພາຍໃນຂະແໜງ ເພື່ອສະເໜີຂັ້ນເທິງກ່ຽວກັບການປັບປຸງພະນັກງານພາຍໃນຂະແໜງ ໃຫ້ມີການສອດຄ່ອງກັບໜ້າວຽກທີ່ກໍານົດໄວ້ຂອງພະແນກ.
- ປະຕິບັດສິດ ແລະ ໜ້າທີ່ວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ ແລະ ຂັ້ນເທິງ.
- )ໂຄງປະກອບ ແລະ ການຈັດຕັ້ງ ຂອງຂະແໜງທ່ອງທ່ຽວ:
ຂະແໜງທ່ອງທ່ຽວປະກອບມີຫົວໜ້າຂະແໜງ 1 ທ່ານ, ຮອງຫົວໜ້າຂະແໜງ 2 ທ່ານ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າ
ໜ່ວຍງານ ແລະ ພັກງານວິຊາການ, ເຊິ່ງປະກອບມີ 4 ໜ່ວຍງານ ຄື: ໜ່ວຍງານພັດທະນາການທ່ອງທ່ຽວ; ໜ່ວຍງານຄຸ້ມຄອງທຸລະກິດການທ່ອງທ່ຽວ; ໜ່ວຍງານໂຄສະນາ ແລະ ສົ່ງເສີມການຕະຫຼາດທ່ອງທ່ຽວ ແລະ ໜ່ວຍງານຝຶກອົບຮົມການທ່ອງທ່ຽວ.
ລາຍຊື່ພະນັກງານ-ລັດຖະກອນ ຂະແໜງທ່ອງທ່ຽວ:
ລ/ດ |
ຊື່ ແລະ ນາມສະກຸນ |
ໜ້າທີ່ຮັບຜິດຊອບ |
ທີ່ຢູ່ Email ແລະ ເບີໂທລະສັບ |
1 |
ທ່ານ ຈັນທະບູນ ທະລົງແສງຈັນ |
ຫົວໜ້າຂະແໜງ |
Mobile: 020 9983 7322 Email: |
2 |
ທ່ານ ພູວຽງ ອໍານາດກ້ວ |
ຮອງຫົວໜ້າຂະແໜງ |
Mobile: 020 9850 2884 Email: |
3 |
ທ່ານ ເຄືອຄໍາ ສິງສັກສິດ |
ຮອງຫົວໜ້າຂະແໜງ |
Mobile: 020.. Email: |
4 |
ທ່ານ ນ. ບຸດສະບາ ໝື່ນຫຼວງ |
ຫົວໜ້າໜ່ວຍງານພັດທະນາການທ່ອງທ່ຽວ |
Mobile: 020 5673 6668 Email: |
5 |
ທ່ານ ຂັນແພງ ສີປະເສີດ |
ຮອງຫົວໜ້າໜ່ວຍງານພັດທະນາການທ່ອງທ່ຽວ |
Mobile: 020 5490 8892 Email: |
6 |
ທ່ານ ນ. ພຸດສະໜອນ ສີບຸນຄໍ້າ |
ຫົວໜ້າໜ່ວຍງານຄຸ້ມຄອງທຸລະກິດການທ່ອງທ່ຽວ |
Mobile: 020 2837 0565 Email: |
7 |
ທ່ານ ບຸນລ້ວນ ພະສະແຫວງ |
ຮອງຫົວໜ້າໜ່ວຍງານຄຸ້ມຄອງທຸລະກິດການທ່ອງທ່ຽວ |
Mobile: 020 9586 7825 Email: |
8 |
ທ່ານ ນ. ເຕັນ ລະຄອນສີ |
ຫົວໜ້າໜ່ວຍງານໂຄສະນາຂໍ້ມູນ-ຂ່າວສານ ແລະ ສົ່ງເສີມຕະຫຼາດການທ່ອງທ່ຽວ |
Mobile: 020.. Email: |
9 |
ທ່ານ ຂັນຕີ ແກ້ວເວີນໄຊ |
ຮອງຫົວໜ້າໜ່ວຍງານໂຄສະນາຂໍ້ມູນ-ຂ່າວສານ ແລະ ສົ່ງເສີມຕະຫຼາດການທ່ອງທ່ຽວ |
Mobile: 020 9158 8893 Email: |
10 |
ທ່ານ ນ. ລັດດາວອນ ດວງດີ |
ຮັກສາການຫົວໜ້າໜ່ວຍງານຝຶກອົບຮົມການທ່ອງທ່ຽວ |
Mobile: 020.. Email: |
11 |
ທ່ານ ນ. ດວງມະໄລ ໄຊຍະເສນ |
ວິຊາການຄຸ້ມຄອງຮ້ານກິນດື່ມ-ບັນເທິງ |
Mobile: 020.. Email: |