ຂະແໜງວັດທະນະທຳ
ພາລະບົດບາດ-ໜ້າທີ່ ຂອງຂະແໜງວັດທະນະທໍາ:
- 1.)ທີ່ຕັ້ງ ແລະ ພາລະບົດບາດຂອງຂະແໜງວັດທະນະທໍາ:
- 2.)ໜ້າທີ່ ຂອງຂະແໜງວັດທະນະທໍາ:
- ຄົ້ນຄ້ວາ, ຮ່າງຂໍ້ຕົກລົງ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານວັດທະນະທໍາສົ່ງໃຫຫ້ຄະນະພະແນກ
ຂະແໜງວັດທະນະທໍາ ແມ່ນອົງການຄຸ້ມຄອງດ້ານວັດທະນະທໍາ, ເຊິ່ງນອນໃນໂຄງປະກອບການຈັດຕັ້ງຂອງພະແນກຖະແຫຼງ
ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວປະຈໍາແຂວງ ( ເອີ້ນຫຍໍ້ວ່າ: ວທ), ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະພະແນກ ໃນການຈັດຕັ້ງ, ຄຸ້ມຄອງ, ປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ກໍ່ຄືຂອງຊາດ, ພັດທະນາຮອບດ້ານກ່ຽວກັບວຽກງານວັດທະນະທໍາ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ.
ພິຈາລະນາ.
- ຄົ້ນຄ້ວາແຜນການເຄື່ອນໄຫວ ແລະ ພັດທະນາຮອບດ້ານ ຕໍ່ວຽກງານວັດທະນະທໍາສົ່ງໃຫ້ຄະນະພະແນກພິຈາລະນາ ໃນແຕ່ລະໄລຍະ.
- ຄົ້ນຄ້ວາ, ເຜີຍແຜ່ ແລະ ປະຕິບັດມະຕິຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ, ແຈ້ງການ ແລະ ກົດໝາຍ ຕໍ່ການເຄື່ອນໄຫວຄຸ້ມຄອງວຽກງານວັດທະນະທໍາຢູ່ພາຍໃນແຂວງຂອງຕົນ.
- ປຸກລະດົມ, ຊຸກຍູ້ ແລະ ຊີ້ນໍາຂະບວນການສ້າງຄອບຄົວວັດທະນະທໍາ, ການສ້າງບ້ານວັດທະນະທໍາ, ສີລະປະວັນນະຄະດີ, ໂດນຕິດພັນກັບການອະນຸລັກ, ຟື້ນຟູ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ.
- ຄຸ້ມຄອງ, ກວດກາ ແລະ ອອກອະນຸຍາດເຄື່ອນໄຫວການບໍລິການດ້ານວັດທະນະທໍາ ໃນທົ່ວແຂວງ ຕາມການແບ່ງຂັ້ໜຄຸ້ມຄອງເຊັ່ນ: ປ້າຍໂຄສະນາ, ສີໄມ້ລາຍມືດ້ານວິຈິດສິນ, ສະໂມສອນ, ຫ້ອງຫຼີ້ນເກມ, ສວນສາທາລະນະ, ສີລະປະການສະແດງ, ການເຮັດບຸນສິນກິນທານ ແລະ ເຮັດພິທີກໍາຕ່າງໆ ພ້ອມທັງຈັດຕັ້ງນໍາພາສ້າງຂະບວນການແຂ່ງຂັນສີລະປະ-ວັນນະຄະດີ, ສີລະປະດ້ານສີມື, ການປະດິດຄິດແຕ່ງຢູ່ພາຍໃນແຂວງຂອງຕົນ.
- ຄົ້ນຄ້ວາ, ເກັບກໍາຂໍ້ມູນ ດ້ານມໍລະດົກ ວັດທະນະທໍາ ທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຕາມຂອບເຂດສິດຄຸ້ມຄອງຂອງຕົນ.
- ຄົ້ນຄ້ວາ, ເກັບກໍາຂໍ້ມູນ ມໍລະດົກດ້ານສີລະປະ-ວັນນະຄະດີ, ຮີດຄອງປະເພນີ ແລະ ວິຖີຊີວິດຂອງບັນດາເຜົ່າ ເພື່ອສະເໜີຂື້ນທະບຽນເປັນລີຂະສິດຂອງທ້ອງຖິ່ນ.
- ຄົ້ນຄ້ວາ, ວາງແຜນ ແລະ ຮ່ວມມືກັບສາກົນ-ຕ່າງປະເທດກ່ຽວກັບວຽກງານສີລະປະການສະແດງ ແລະ ວຽກງານຫໍສະໝຸດ.
- ຄຸ້ຄອງ, ກວດກາ ການເຄື່ອນໄຫວດ້ານວຽກງານການພິມຈໍາໝ່າຍ, ຜະລິດຕະພັນດ້ານວັດທະນະທໍາ ແລະ ວຽກງານຫໍສະໝຸດ ແລະ ປ້າຍໂຄສະນາຕ່າງໆ.
- ຄຸ້ມຄອງ ແລະ ເກັບກໍາສະຖິຕິຮອບດ້ານ ກ່ຽວກັບວຽກງານວັດທະນະທໍາ ລວມທັງພະນັກງານ-ລັດຖະກອນພາຍໃນຂະແໜງຂອງຕົນ.
- ຂື້ນແຜນ ແລະ ສະຫຼຸບສັງລວມຮອບດ້ານກ່ຽວກັບວຽກງານວັດທະນະທໍາ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ແລ້ວລາຍງານໃຫ້ຂັ້ນເທິງຮັບຊາບ ໃນແຕ່ລະໄລຍະ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ ແລະ ຂັ້ນເທິງ.
- 3.)ຂອບເຂດສິດ ຂອງຂະແໜງວັດທະນະທໍາ:
- )ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ ແລະ ກົດໝາຍທີ່ພົວພັນເຖິງວຽກງານຂອງຕົນ.
- )ຄົ້ນຄວ້ ແລະ ນໍາສະເໜີບັນດານິຕິກໍາຕ່າງໆ ທີ່ພົວພັນເຖິງວຽກງານວັດທະນະທໍາຢູ່ພາຍໃນແຂວງຂອງຕົນ ໃຫ້ຄະນະພະແນກພິຈາລະນາ.
- )ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງທັງສາຍຕັ້ງ-ສາຍຂວາງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ພົວພັນເຖິງໜ້າທີ່ວຽກງານຂອງຕົນ.
- )ເປັນເອກະສານຕ່າງໆເປັນທາງກາກນ, ຕາມຂອບເຂດສິດຂອງຕົນ ທີ່ພົວພັນເຖິງວຽກງານວັດທະນະທໍາ.
- )ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນງານຂອງຂະແໜງວັດທະນະທໍາ ຕໍ່ການນໍາໃຊ້ງົບປະມານ, ວັດຖຸອຸປະກອນ ແລະ ການນໍາໃຊ້ພາຫະນະຂອງຂະແໜງ ຕາມການຊີ້ນໍາຂອງຄະນະພັກ, ຄະນະພະແນກ.
- )ຕິດຕາມ, ກວດການ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນພາຍໃນຂະແໜງ ແລະ ສະເໜີຂັ້ນເທິງຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນຕາມລະບຽບການ.
- )ຄຸ້ມຄອງ, ກວດກາ ແລະ ສະເໜີພະແນກ ອອກອະນຸຍາດເຄື່ອນໄຫວຂອງບັນດາຫົວໜ່ວຍຖຸລະກິດ ບໍລິການດ້ານວັດທະນະທໍາ ຕາມການແບ່ງຂັ້ນຄຸ້ມຄອງຢູ່ພາຍໃນແຂວງຂແງຕົນ.
- )ສ້າງແຜນເຄື່ອນໄຫວ ແລະ ໂຄງການ ທີ່ຕິດພັນຕໍ່ການພັດທະນາວຽກງານວັດທະນະທໍາ ຢູ່ພາຍໃນແຂວງຂອງຕົນ.
- )ເຂົ້າຮ່ວມປະຊຸມ-ສໍາມະນາ, ກອງປະຊຸມຖອດຖອນບົດຮຽນ ທີ່ພົວພັນເຖິງວຽກງານວັດທະນະທໍາຢູ່ພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງຂອງຫົວໜ້າພະແນກ.
- )ໂຄງປະກອບ ແລະ ການຈັດຕັ້ງ ຂອງຂະແໜງວັດທະນະທໍາ:
ຂະແໜງວັດທະນະທໍາປະກອບມີຫົວໜ້າຂະແໜງ 1 ທ່ານ, ຮອງຫົວໜ້າຂະແໜງ 1 ທ່ານ, ມີຫົວໜ້າໜ່ວຍງານ, ຮອງຫົວໜ້າ
ໜ່ວຍງານ ແລະ ພະນັກງານວິຊາການ. ເຊິ່ງປະກອບມີ 4 ໜ່ວຍງານຫຼັກ ຄື: ໜ່ວຍງານຄຸ້ມຄອງສີລະປະກໍາ ແລະ ສີລະປະການສະແດງ; ໜ່ວຍງານສ້າງຄອບຄົວ ແລະ ບ້ານວັດທະນະທໍາ; ໜ່ວຍງານສົ່ງເສີມປະເພນີ ແລະ ວິຖີຊີວິດ ແລະ ໜ່ວຍງານຄຸ້ມຄອງຕະຫຼາດວັດທະນະທໍາ.
ລາຍຊື່ພະນັກງານ-ລັດຖະກອນ ຂະແໜງວັດທະນະທໍາ:
ລ/ດ |
ຊື່ ແລະ ນາມສະກຸນ |
ໜ້າທີ່ຮັບຜິດຊອບ |
ທີ່ຢູ່ Email ແລະ ເບີໂທລະສັບ |
1 |
ທ່ານ ສົມພອນ ສີລາສັກ |
ຫົວໜ້າຂະແໜງ |
Mobile: 030 5328 530 Email: |
2 |
ທ່ານ ບຸນເພັງ ສີພະຈັນ |
ຮອງຫົວໜ້າຂະແໜງ |
Mobile: 030 9366 757 Email: |
3 |
ທ່ານ ຄໍາທອນ ສີວັນນະເລີດ |
ຫົວໜ້າໜ່ວຍງານຄຸ້ຄອງສີລະປະກໍາ ແລະ ການສະແດງ |
Mobile: 020 5527 6743 Email: |
4 |
ທ່ານ ນ. ຕາດໍາ ແຈ້ງຈະເລີນ |
ຫົວໜ້າໜ່ວຍງານຄຸ້ມຄອງຕະຫຼາດວັດທະນະທໍາ |
Mobile: 020 5556 1585 Email:veota |