ພາລະບົດບາດ-ໜ້າທີຄະນະພະແນກ
ພາລະບົດບາດ-ໜ້າທີ່ ຂອງຄະນະພະແນກ:
1. ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ:
ຮັບຜິດຊອບຊີ້ນໍາລວມ, ຮັບຜິດຊອບໂດຍກົງ-ຮອບດ້ານ ຕໍ່ຜົນສໍາເລັດ-ຂໍ້ຂາດຕົກບົກຜ່ອງ ວຽກງານຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນຂອບເຂດທົ່ວແຂວງເຊກອງ ຕໍ່ລັດຖິມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຕໍ່ທ່ານເຈົ້າແຂວງ ແຂວງເຊກອງ ລົງເລິກຊີ້ນໍາວຍກງານອົງການຈັດຕັ້ງພັກ; ຊີ້ນໍາອົງການຈັດຕັ້ງມະຫາຊົນ; ຊີ້ນໍາວຽກງານຈັດຕັ້ງ-ພະນັກງານ; ຊີ້ນໍາວຽກງານຫໍພິພິຕະພັນ; ຊີ້ນໍາວຽກງານບໍລິຫານ-ການລົງທຶນ-ການພົວພັນຕ່າງປະເທດ, ພ້ມທັງຮັບຜິດຊອບ ຊີ້ນໍາຫ້ອງການ ຖວທ ເມືອງລະມາມ ແລະ ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
2. ທ່ານ ຈັນໄທ ຄໍາມະນີວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ:
ຊ່ວຍຫົວໜ້າພະແນກ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລົງເລິກຊີ້ນໍາຂະແໜງວັດທະນະທໍາ; ຊີ້ນໍາກອງວິຊາການສູນວັດທະນະທໍາເດັກ; ຊີ້ນໍາຫ້ອງການ ຖວທ ເມືອງທ່າແຕງ ແລະ ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຂັ້ນເທິງ.
3. ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ:
ຊ່ວຍຫົວໜ້າພະແນກ ຈັດຕັ້ງປະຕິບັດໜ້າທີ່ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລົງເລິກຊີ້ນໍາຂະແໜງກວດກາ; ຊີ້ນໍາຂະແໜງຖະແຫຼງຂ່າວ; ຊີ້ນໍາກອງວິຊາການວິທະຍຸ-ໂທລະພາບ ແລະ ວິທະຍຸຊຸມຊົນ; ຊີ້ນໍາຫ້ອງການ ຖວທ ເມືອງກະລຶມ ແລະ ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຂັ້ນເທິງ.
4. ທ່ານ ສຸບັນ ເດສົມພອງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ:
ຊ່ວຍຫົວໜ້າພະແນກ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລົງເລິກຊີ້ນໍາຂະແໜງທ່ອງທ່ຽວ; ຊີ້ນໍາຫ້ອງການ ຖວທ ເມືອງດາກຈຶງ ແລະ ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຂັ້ນເທິງ.
5. ທ່ານ ນ. ວຽງສະໄໝ ວົງວິຈິດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ:
ຊ່ວຍຫົວໜ້າພະແນກ ຈັດຕັ້ງປະຕິບັດໜ້າທີ່ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລົງເລິກຊີ້ນຳຂະແໜງວັດທະນະທຳ ແລະ ສູນວັດທະນະທຳເດັກ ແລະ ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຂັ້ນເທິງ.