ແຫຼ່ງທ່ອງທ່ຽວ ດ້ານປະຫວັດສາດ
1. ຖໍ້າເດັ້ງພູນາງລາວ.
ຖໍ້າເດັ້ງພູນາງລາວຕັ້ງຢູ່ບ້ານຖໍ້າເດັ້ງເມືອງກະລຶມ ແຂວງ ເຊກອງຫ່າງຈາກເທສະບານແຂວງເຊກອງ 79km ຕາມປະຫວັດ ເລົ່າຂານວ່າ: ແຕ່ກ່ອນມີຊາຍຊົນເຜົ່າ ຫຼົງມັກສາວລາວຄົນໜຶ່ງເຊິ່ງເປັນລູກຄົນຮັ່ງມີ, ຢູ່ມາວັນໜຶ່ງຊາຍຄົນນັ້ນໄດ້ວາງແຜນໄປລັກເອົາ ສາວຄົນນັ້ນ ມາເຊື່ອງໄວ້, ໃນເບື້ອງຕົ້ນຢູ່ພູກະແຕແຂວງສາລະວັນນາງກໍ່ຍັງແນມເຫັນບ້ານຕົນເອງຈາກນັ້ນ ກໍ່ເລີຍຍ້າຍມາຢູ່ພູລະກຸບ ແຂວງ ເຊກອງ ແຕ່ນາງກໍ່ຍັງແນມເຫັນບ້ານແລະຄິດຮອດບ້ານຢູ່ຄືເກົ່າ. ໃນທີ່ສຸດຈິ່ງເອົານາງມາເຊື່ອງໄວ້ຢູ່ ພູລະກາຍແຕ່ຍ້ອນຄວາມຄິດ ຮອດ ແລະ ຄິດເຖິງບ້ານນາງຈິ່ງປີນຂື້ນໄປຢູ່ເທິງຈອມພູນາງນໍ້າຕາໄຫຼຈົນກາຍເປັນສອງຮ່ອງຫ້ວຍສອງສາຍຄື: ຫ້ວຍຂ້າງຊ້າຍແຕ່ຈອມພູ ເອີ້ນວ່າ: " ຫ້ວຍຖໍ້ານໍ້າລອດ " ສອງໄດ້ຕົກລົງມາໃສ່ຫ້ວຍໄອ. ສ່ວນນາງລາວໄດ້ກາຍເປັນຫີນທີ່ຄືຮູບຄົນຕັ້ງຢູ່ຈອມພູດັ່ງນັ້ນຈິ່ງເອີ້ນ ພູນີ້ວ່າ: " ພູ ຖໍ້າເດັ້ງນາງລາວ ".
![]() |
![]() |
2. ຖ້ຳຕອກອົງແກ້ວ.
ຖ້ຳຕອກອົງແກ້ວ ຕັ້ງຢູ່ບ້ານຕອກອົງແກ້ວ ເມືອງລະມາມ ແຂວງເຊກອງຫ່າງຈາກເທສະບານເມືອງ 32km ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ . ຖ້ຳດັ່ງກ່າວເປັນເຂດທີ່ໝັ້ນຂອງແນວລາວອິດສະຫຼະ ແລະ ເປັນສຳນັກງານເກົ່າຂອງຜູ້ນຳ ໃຊ້ເປັນບ່ອນລີ້ຊ້ອນໃນການເຄືອນໄຫວຕໍ່ສູ້ແຕ່ສະໄໝກ່ອນ ຕໍ່ມາສະໄໝຈັກກະພັດອາເມລິກາ ມາປົກຄອງຖ້ຳຕອກອົງແກ້ວ ເປັນບ່ອນສ້າງອາວຸດຂອງແນວລາວອິດສະ ຫຼະກໍ່ຄືແນວລາວສ້າງຊາດໃນເມືອກ່ອນ.
![]() |
3. ດິນຍະທົ່ງໂກ.
ດິນຍະທົ່ງໂກ ຕັ້ງຢູ່ບ້ານດາກລານ ເມືອງດາກຈຶງ ແຂວງເຊກອງ ໄປທາງທິດຕາເວັນອອກ ຫ່າງຈາກເທສະບານແຂວງ 50 km, ຄວາມກວ້າງຂອງດິນ100 m, ຄວາມຍາວ 1.000 m. ຍ້ອນມີການເຄື່ອນເໜັງ ຂອງພູມສັນຖານ ດິນດັ່ງກ່າວ ຈິ່ງໄດ້ຍະກວ້າງອອກ ຕື່ມອີກ 200-300m, ສ່ວນຄວາມເລິກຂອງໜ້າດິນລົງໄປແມ່ນບໍ່ສາມາດແທກໄດ້ ເຂດດັ່ງກ່າວເພິ່ນຈິ່ງເອີ້ນທົ່ງນີ້ວ່າ:ດິນຍະທົ່ງໂກ.
![]() |
4. ທົ່ງເຫຼັກ.
ທົ່ງເຫຼັກຕັ້ງຢູ່ບ້ານດຣາກ ເມືອງດາກຈຶງ ແຂວງເຊກອງ ຫ່າງຈາກເທສະບານແຂວງ ໄປທາງທິດຕາເວັນອອກ 55 km ປີ 1946 ຝຣັ່ງໄດ້ມອບໃຫ້ຈັກກະພັດອາເມລິກາ ມາແທນຢູ່ປະເທດລາວ ໄດ້ຕັ້ງຄ້າຍໃຫຍ່ຂື້ນຢູ່ທົ່ງເຫຼັກແຫ່ງນີ້ ໂດຍມີທະຫານໄຊງ່ອນ ແລະ ທະຫານຫຸ່ນໄທຈຳນວນໜຶ່ງ ທົ່ງຫຼັກໄດ້ຕີແຕກໃນປີ 1962 ກາຍເປັນສະໝໍລະສຸມທີ່ດຸເດືອດ ເຕັ້ມໄປດ້ວຍ ໜາກແຕກ,ບົມບີ,ປືນໃຫຍ່,ລົດຊາ,ລົດຕັ້ງ, ອາວຸດສົ່ງຄາມທີ່ກ່າວມາຂ້າງເທິງນັ້ນຕົກມາໃນປະຈຸບັນນີ້ ແມ່ນໄດ້ດັບສູນຫາຍໄປຍ້ອນວ່າມີສິ່ງເສດເຫຼືອຈາກເຫຼັກ ດັ່ງນັ້ນເພິ່ນຈິງໃສ່ຊື່ວ່າ: ທົ່ງເຫຼັກ.
![]() |
![]() |
![]() |
5. ຖ້ຳງູເຫລື້ອມ.
ແຕ່ກີ້ແຕ່ກ່ອນ ຜູ້ເຖົ້າຜູ້ແກ່ເອີ້ນຖ້ຳງູເຫລືອມນີ້ວ່າ: ໂອບບີສເປັນພາສາເຜົ່າແຢະ ໂອບ:ແປວ່າ ຖ້ຳ,ບີສ:ແປວ່າ:ງູ, ໃນສະໃໝ່ກ່ອນພໍ່ແມ່ປະຊາຊົນສ່ວນຫຼາຍເພິ່ນຈັດງານບຸນປະເພນີແມ່ນຊອກຫາເອົາເຄື່ອງປ່າຂອງດົງເຊັ່ນວ່າ:ຜັກຫຍ້າ,ສັດສາວາສິ່ງ ແລະ ອື່ນໆອີກ. ໃນມື້ ໜຶ່ງແມ່ເຖົ້າກັບຫຼານນ້ອຍ ພາກັນໄປຕັກເອົາເຂົ້າຢູ່ໃນເລົ້າເຂົ້າ,ແມ່ເຖົ້າບອກກັບຫຼານນ້ອຍວ່າ: ຖ້າແມ່ເຖົ້າຢູ່ລຸ່ມນີ້ເດີ ໃນຄະນະດຽວກັນ ນັ້ນ ມີງູເຫລືອມໃຫ່ຍໂຕໝຶ່ງເລືອມາຫາຜູ້ເປັນຫລານຫລຽວເຫັນຕົກໃຈຢ້ານກວາ ໄດ້ແຕ່ຮ້ອງໄຫ້ຫາແມ່ເຖົ້າມາຊ່ວຍເມື່ອໄດ້ຍິນສຽງຫລານ ຄືແນວນັ້ນເລີຍຮ້ອງໃສ່ຫລານວ່າ: ຫລານເອີຍຖ້າກ່ອນແມ່ເຖົ້ຕັກເຂົ້າບໍທັນແລ້ວ ໂດຍແມ່ເຖົ້າບໍຮູ້ວ່າສຽງທີ່ໄຫ້ນັ້ນເປັນສຽງທີ່ຢ້ານກົວອັນໃດງູໂຕນັ້ນບໍສົນກັບສຽງຮ້ອງໄຫ້ທີ່ໜ້າສົງສານຂອງຫລານນ້ອຍ ງູເລີຍກ້ຽວຫັດເອົາໂຕຫລານນ້ອຍກືນກິນຈົນເສຍຊິວິດ ບຶດດຽວແມ່ເຖົ້າກໍ່ຄິດນຶກແປກໃຈວ່າ: ສຽງຫຼານທີ່ໄຫ້ນັ້ນຄືຈັ່ງວ່າງຽບຫາຍໄປບາດໜຶ່ງບາດດຽວ ແມ່ເຖົ້າກໍ່ເລີຍລົງມາເບິ່ງເຫັນແຕ່ງູເຫລືອມໃຫຍ່ທີ່ນອນດ້ວຍຄວາມອີ່ມມັນໄປໃສ່ມາໃສ່ບໍ່ໄດ້ ແມ່ເຖົ້າເຫັນແນວນັ້ນ ໄດ້ຮ້ອງໄຫ້ທັງເຫລືອໃຈທີ່ງູໂຕນັ້ນມາກືນກິນຫລານ ເລີຍໄປຈັບເອົາຂວານຊັບງູເຫລືອມໂຕນັ້ນຂາດເປັນຕອນໆ ຈົນຕາຍເລີຍມີຊື່ວ່າ: ຖ້ຳງູເຫລືອມຈົນມາຮອດປະຈຸບັນນີ້. ຖ້ຳນີ້ທິດໃຕ້ຕິດກັບບ້ານບົງຕິດ,ທິດເໜືອ ຕິດກັບບ້ານຕະຕືຕິດ,ເມືອງຊັນໄຊແຂວງອັດຕະປື.ທິດຕາເວັນອອກຕິດກັບເມືອງດາກໄລ ສ.ສ ຫວຽດນາມ. ໄລຍະທາງແຕ່ເມືອງ ຫາແຂວງ 105 km , ແຕ່ເມືອງຫາບ້ານດາກເລ 24km, ແຕ່ບ້ານດາກເລຫາຖ້ຳງູເຫລື້ອມ 24 km.
6. ປະຫວັດບ້ານດາກເດີມ.
ບ້ານດາກເດີມ ຕັ້ງຢູ່ເມືອງດາກຈຶງແຂວງເຊກອງ ຫ່າງຈາກ ເທສະບານເມືອງ 13 km ເຊິ່ງເປັນບ້ານໜຶ່ງທີ່ມີວັດທະນາທຳອັນດີງາມຂອງເຜົ່າແບບດັ່ງເດີມ ແລະ ມີຄວາມສວຍສົດງົດງາມໄປດ້ວຍທຳມະຊາດ,ທີ່ຂຽວງາມ, ການດຳລົງຊິວິດຂອງພໍ່ແມ່ປະຊາຊົນສະໄໝ່ກ່ອນກໍ່ຄືປະຈຸບັນ ມັກຕັ້ງບ້ານບ່ອນຫາບພງຽສ່ວນຫຼາຍປຸກເຮືອນເປັນວົງມົນຈົ່ງບ່ອນກາງ ເປັນບ່ອນຫຼີ້ນຊຸມຂອງຊາວບ້ານ,ການປຸກເຮືອນທຸກໆຫລັງດ້ານໜ້າ ອ່ວຍຫາເດີ່ນບ້ານ,ກ່ອນຈະຕັ້ງເຮືອນ,ມື້ທຳອິດຂອງການຕັ້ງເຮືອນຜູ້ເປັນປູ່ຍ່າຕາຍາຍ ເພິ່ນພາກັນປະຕິບັດ ແມ່ນເອົາເຂົ້າສານ,ເມັດທີງາມໆບໍ່ຫັກບໍ່ແຕກ ແລ້ວນັບໃສ່ຈຳນວນຄົນໃນເຮືອນມີຈັກຄົນແລ້ວໃສ່ກະບັ້ງອັດໄວ້ຈາກນັ້ນກໍ່ຝັງລົງດິນພ້ອມອະທິຖານວ່າ: ຜູ້ຂ້າຕັ້ງເຮືອນຢູ່ບ່ອນນີ້ຂໍໃຫ້ນອນຫລັບຝັນດີ, ນອນຕື່ນໃຫ້ໄດເງິນແສນ,ໃຫ້ມີໂຊກມີລາບ,ຢູ່ເຢັນເປັນສຸກ ,ໂຊກໝານລ້ຳລວຍ. ຕື່ນເເຊົ້າມາໝົດທຸກຄົນໃນຄອບຄົວກໍ່ພາກັນມານັບເມັດເຂົ້າທີ່ຝັງລົງດິນອອກມານັບ ຖ້າເມັດເຂົ້າຍັງຢູ່ໃນສະພາບເດີມ ແມ່ນເພິ່ນປຸກເຮືອນໄດ້.