ແຫຼ່ງທ່ອງທ່ຽວ ດ້ານທຳມະຊາດ
1. ນໍ້າຕົກຕາດແຝກ.
ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດແຝກ ຕັ້ງຢູ່ບໍລິເວນເຂດບ້ານດ່ານເມືອງລະມາມ ເຊິ່ງເປັນເມືອງເອກຂອງແຂວງເຊກອງ ຫ່າງຈາກເທດສະບານແຂວງ ໄປທາງທິດໃຕ້18kmແລະຫ່າງຈາກເສັ້ນທາງເລກທີ 16B ໄປຫາຕາດ 2km ແຕ່ກອ່ນບໍລິເວນ ເທິງຫົວຕາດ ແລະ ກ້ອງຕາດດັ່ງກ່າວມີດອນປົກຄຸມເຕັ້ມໄປດ້ວຍຫຍ້າແຝກອັນເປັນທີ່ມາຂອງຊື່ຕາດແຝກ, ແຕ່ພໍຮອດປີ 1968 ເກີດມີນໍ້າຖ້ວມຄັ້ງໃຫຍ່ຢູ່ ເຂດນີ້ຈິ່ງເຮັດໃຫ້ຫຍ້າແຝກດັ່ງກ່າວດັບສູນຫາຍໄປ. ນໍ້າຕົກຕາດແຝກສູງ 10-15m ແລະ ກວ້າງ 250m, ມີຄວາມສ່ວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍປ່າໄມ້ສີຂຽວ, ມີອາກາດປອດໂປ່ງແຈ່ມໃສ ແລະ ນໍ້າໄຫຼຜ່ານຕະຫຼອດລະດູການ. ນໍ້າຕົກຕາດແຝກຖືກຄົ້ນ ພົບໃນປີ 1999 ແລະ ເລີ່ມໃຫ້ເຂົ້າທ່ຽວຊົມໃນປີ2008 ເປັນຕົ້ນມາ.
![]() |
![]() |
|
|
2. ຕາດປະອໍ.
ຕາດປະອໍຕັ້ງຢູ່ເຂດບ້ານແສນໃຕ້ເມືອງທ່າແຕງ ແຂວງເຊກອງຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກ 16km, ນໍ້າຕົກຕາດ ປະອໍສູງ 50m, ກ້ວາງ25m. ມີເສັ້ນທາງສະດວກສາມາດໄປໄດ້ທັງລະດູແລ້ງ ແລະ ລະດູຝົນ. ໄດ້ເປີດບໍລິການນຳໃຊ້ແລ້ວ ແຕ່ປີ 2008. ກ່ອນຈະໃສ່ຊື່ວ່າ: ຕາດປະອໍກໍ່ຍ້ອນວ່າຢູ່ເທິງຫົວຕາດແລະກອ້ງຕາດນັ້ນສ່ວນຫຼາຍແມ່ນເຕັ້ມໄປດ້ວຍໄມ້ປະອໍ (ໄມ້ປ່ອງທີ່ປະຊາຊົນນຳໃຊ້ສານເຄື່ອງຫັດຖະກຳ).ດັ່ງນັ້ນຊາວບ້ານຈິ່ງເອີ້ນນໍ້າຕົກຕາດນີ້ວ່າ: ຕາດປະອໍ
![]() |
3. ຕາດຫົວຄົນ.
ຕາດຫົວຄົນຕັ້ງຢູ່ເຂດບ້ານດ່ານ ເມືອງລະມາມ ແຂວງເຊກອງເປັນແຫຼ່ງທ່ອງທ່ຽວທຳມະຊາດ ທີ່ສວຍສົດງົດງາມອີກແຫ່ງໜຶ່ງ ມີຄວາມ ສູງ 10-15m, ກ້ວາງ200m ເປັນເຂດແດນລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປືດ້ວຍສາຍເຊນໍ້ານອ້ຍ. ຢູ່ຫ່າງຈາກເທສະ ບານແຂວງ 19km ຫ່າງຈາກເສັນທາງເລກທີ 16B ໄປຫາຕາດ 1km. ຕາດຫົວຄົນໄດ້ເປີດບໍລິການນຳໃຊ້ແຕ່ປີ 1999 ແລະ ໄດ້ພັດທະ ນາໃຫ້ນັກທຸລະກິດສຳປະທານເພື່ອບໍລິການໃນປີ 2013 ໂດຍມີການບໍລິການກາເຟ, ລ່ອງແກ້ງດ້ວຍເຮືອກາຍັກ, ສາລາພັກຜ່ອນ ແລະ ອາຫານຕາມສັ່ງເຊິ່ງເໝາະແກ່ການພັກຜ່ອນ.
ຕາມປະຫວັດການເລົ່າຂານສືບຕໍ່ມາຂອງປະຊາຊົນ ເຂດບ້ານດ່ານກ່ອນຈະໃສ່ຊື່ວ່າ ຕາດຫົວຄົນນັ້ນ ຍອ້ນສະໄໝຈັກກະພັດ ລ່າເມືອງ ຂື້ນແບບເກົ່າມາປົກຄອງຢູ່ລາວ ໄດ້ທໍລະມານຄົນລາວແລ້ວຂ້າຕັດຄໍຖິ້ມລົງນໍ້າແລ້ວມີຫົວຄົນຕາຍໄຫຼມາຄ້າງຢູ່ກ້ອງຕາດ ດັ່ງກ່າວເລື້ອຍໆ ສະນັ້ນ, ເພິ່ນຈິ່ງເອີ້ນຕາດນີ້ວ່າ: ຕາດຫົວຄົນ.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
4. ແກ້ງຫຼວງ.
ແຫຼ່ງທ່ອງທ່ຽວແກ້ງຫຼວງຕັ້ງຢູ່ບ້ານນາວາເມືອງລະມາມ ແຂວງເຊກອງແມ່ນແກ້ງທີ່ເກີດຕາມສາຍນໍ້າເຊກອງ, ເປັນແກ້ງທີ່ໃຫຍ່ ແລະ ຍາວ 2m. ຫ່າງຈາກເທດສະບານແຂວງໄປທາງທິດເໜືອ 15m, ມີເສັ້ນທາງພັດທະນາເຂົ້າເຖິງແລ້ວເປີດບໍລິການຮັບໃຊ້ໃນປີ 1999 ແກ້ງຫຼວງແມ່ນແກ້ງທີ່ໃຫຍ່ກວ່າໜູ່ໃນສາຍນໍ້າເຊກອງ, ໃນເມື່ອກ່ອນເພິ່ນເອີ້ນວ່າ: ແກ້ງໃຫຍ່ຕໍ່ມາໃນສະໄໝຝຣັ່ງ ປົກຄອງຈິ່ງ ປ່ຽນຊື່ ມາເປັນ " ແກ້ງຫຼວງ " ເພາະຫຼວງໄດ້ມາຕັ້ງຈຸດເກັບເກນເອົາຊັບສິນເງິນຄຳໃຫ້ຝຣັ່ງລົງໃສ່ເຮືອ, ກໍ່າປັ່ນຢູ່ປະເທດຂະແມ ຫຼື ຂະ ເໝນໃນສະໄໝຝັ່ຣງປົກຄອງຈິ່ງໃສ່ຊື່ວ່າ: "ແກ້ງຫຼວງ" ຈົນຮອດປະຈຸບັນນີ້.
![]() |
![]() |
5. ຕາດນົກເຄົ້າ
ຕາດນົກເຄົ້າຕັ້ງຢູ່ບ້ານໜອງບົງເມືອງລະມາມແຂວງເຊກອງ ຫ່າງຈາກເທດສະບານແຂວງໄປທາງທິດເໜືອ 14m ຫ່າງຈາກເສັ້ນທາງ ເລກທີ 16B ຫາຕາດ 2m. ຕາດນົກເຄົ້າແມ່ນສາຍນໍ້າຕົກຕາດຫວ້ຍວີເປັນຕາດທີ່ມີຄວາມສວຍງາມມີຄວາມສູງ 10-15m, ກວ້າງ 20m. ໄດ້ເປີດບໍລິການນຳໃຊ້ໃນປີ 2008. ຕາມຄຳບອກເລົ່າຂອງພໍແມ່ປະຊົນວ່າ: ແຕ່ກ່ອນຊາວບ້ານໄດ້ພາກັນໄປ ຫາກິນໃນເຂດນີ້ ພົບເຫັນໝູ່ນົກເຄົ້າເຮັດຮັງຢູ່ຕົ້ນໄມ້ໃຫຍ່ເທິງຫົວຕາດຕົ້ນໜຶ່ງເປັນປົກກະຕິດັ່ງນັ້ນ,ຈິ່ງເອີ້ນຕາດນີ້ວ່າ:ຕາດນົກເຄົ້າ.
![]() |
![]() |
6. ຕາດໄຟໄໝ້
ແຫຼ່ງທ່ອງທ່ຽວທຳມະຊາດຕາດໄຟໄໝ້ຕັ້ງຢູ່ບ້ານປະແຫຼງໃຕ້ ເມືອງທ່າແຕ່ງແຂວງເຊກອງ ຫ່າງຈາກເທສະບານເມືອງທ່າແຕງ 8m, ຄວາມສູງຂອງຕາດ 100m, ກວ້າງ 20m ໄດ້ເປີດບໍລິການນຳໃຊ້ແຕ່ປີ 2008. ຕາມການເລົ່າຂານວ່າ: ໄດ້ມີຄູ່ບ່າວສາວຄູ່ໜຶ່ງ ໄດ້ພາ ກັນມາຫຼີ້ນນໍ້າຕົກຕາດແຫ່ງນີ້ເວລານັ້ນເຄື່ອງນຸ່ງປຽກໝົດເລີຍພາກັນດັງໄຟຝີງແລະຕາກເຄື່ອງປະໄວ້, ແຕ່ບັງເອີນມີລົມພັດເອົາເຄື່ອງນຸ່ງ ຂອງບ່າວສາວຄູ່ນັ້ນເຂົ້າກອງໄຟຈົນໄໝ້ໝົດກຽ້ງດ້ວຍເຫດນັ້ນຊາວບ້ານຈິ່ງເອີ້ນຕາດນີ້ວ່າ: " ຕາດໄຟໄໝ້ " ຈົນເຖິງທຸກວັນນີ້.
![]() |
7. ທຳມະຊາດທົ່ງນຶມ.
ທຳມະຊາດທົ່ງນຶມ ຕັ້ງຢູ່ບ້ານດາກຣັນ ເມືອງດາກຈຶງ ແຂວງເຊກອງ ຫ່າງຈາກເມືອງ 60km, ຫ່າງຈາກເທສະບານແຂວງ 90km ມີເນື້ອທີ່ປ່າສະຫງວນສະເພາະການທ່ອງທ່ຽວທັງໝົດ 4.000.000 ເຮັກຕາ ລະດັບຄວາມສູງຈາກໜ້ານ້ຳທະເລ 1.200-1.400m ອາ ກາດຊຸ່ມເຢັນຕະຫຼອດປີ.ເໝາະແກ່ການພັກຜ່ອນ ແລະ ທ່ອງທ່ຽວເຊັ່ນ: ຕັ້ງແຄ້ມ,ປິກນິກ,ຍ່າງປ່າທ່ຽວຊົມທຳມະຊາດ.
![]() |
![]() |
8. ທຳມະຊາດພູແປກ ແລະ ທົ່ງໂສດ.
ທຳມະຊາດພູແປກ ແລະ ທົ່ງໂສດ ຕັ້ງຢູ່ບ້ານດາກປວກ ເມືອງດາກຈຶງ ແຂວງເຊກອງ ຫ່າງຈາກເທສະບານແຂວງ 75km ໄປທາງທິດຕາເວັນອອກ ເຂດ ດັ່ງກ່າວໄດ້ຮັບເປັນ ເຂດປ່າສະຫງວນ (ລະດັບແຂວງ ) ສະເພາະການທ່ອງທ່ຽວ ຊົມທຳມະຊາດຍ່າງປ່າ ອັນສວຍສົດງົດງາມອາກາດຊຸ່ມເຢັນແລະ ປອດໂປ່ງດີ ມີເນື້ອທີ່ທັງໝົດ 1.500 ເຮັກຕາ ລະດັບຄວາມສູງຈາກໜ້ານ້ຳທະເລ 1.200 - 1.400m.
![]() |
![]() |