ລະມາມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໃໝທີ X
#ຂ່າວ-ພາບ: ດາວສະຫວັນ
ໃນຕອນເຊົ້າຂອງວັນທີ 21 ທັນວາ 2017 ເມືອງລະມາມໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 5 ສະໄໝທີ X ຂຶ້ນທີ່ສະໂມສອນຫ້ອງວ່າການປົກຄອງເມືອງລະມາມໂດຍພາຍໄຕ້ການເຂົ້າຮ່ວມຂອງທ່ານ ປອ ແພງສີ ສີລາວີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະມາມ, ມີບັນດາຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ, ທະຫານ, ຕຳຫຼວດ ພ້ອມດ້ວຍຄະນະພັກອຳນາດການປົກຄອງບ້ານ ເຂົ້້າຮ່ວມຮັບຟັງ.
ໃນກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ຈາກທ່ານ ປອ ແພງສີ ສີລາວີ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງລະມາມ ເຊິ່ງທ່ານກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝ X ຂອງຄະນະບໍລິຫານງານສູນກາງ ພັກ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 11-21 ກັນຍາ 2017 ກອງປະຊຸມສູນກາງໄດ້ຄົ້ນຄ້ວາຕີລາຄາຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີX, ຮັບຟັງການລາຍ ງານກ່ຽວກັບການຕີລາຄາສະພາບການເຄື່ອນໄຫວນຳພາຂອງພັກກ່ຽວກັບໝາກຜົນຂອງການຜັນຂະຫຍາຍໃນແຕ່ລະຂົງເຂດວຽກງານໃນ ໄລຍະຜ່ານມາ, ທິດທາງລວມ ແລະ ໜ້າທີ່ຈຸດສຸມໃນຕໍ່ໜ້າໂດຍສະເພາະແມ່ນຂົງເຂດເສດຖະກິດ ເຫັນວ່າເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງ ແລະໝັ້ນທ່ຽງ ເຊິ່ງສາມາດບັນລຸລວມຍອດຜະລິດຕະພັນພາຍໃນໃນລະດັບ 6,83% ແລະ ຕົວເລກຄາດໝາຍກໍ່ສາມາດ ປະຕິບັດໄດ້ຕາມແຜນການ ຖືເປັນຜົນສຳເລັດທີ່ສຳຄັນ ແລະ ມີຄວາມໝາຍ,ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສາມາດເຮັດໃຫ້ສະພາບການຢູ່ໃນລະເຂດ, ທ້ອງຖິ່ນ ເຂົ້າສູ່ສະພາບປົກກະຕິ,ສະກັດກັ້ນ ແລະ ທັບມ້າງການເຄື່ອນໄຫວມ້າງເພ ທຳລາຍຂອງບັນດາອິດທິປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ,ບັນລຸສຳເລັດໃນການປາບປາມຢາເສບຕິດ ແລະ ອະຊາຍະກຳອື່ນໆ ຈຳນວນໜຶ່ງ, ການຊີ້ນຳຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ-ສັງຄົມ ສືບຕໍ່ໄດ້ຮັບການເອົາໃຈໃສ່ ຢ່າງຕໍ່ເນື່ອງ, ວຽກງານການຕ່າງປະເທດກໍ່ໄດ້ມີການເຄື່ອນໄຫວຢ່າງແຂງແຮງສາມາດຫັນບັນດາການຕົກລົງຮ່ວມມືສອງຝ່າຍ,ຫຼາຍຝ່າຍ ກໍ່ຄືໃນຂອບເຂດອາຊຽນໃຫ້ເປັນອັນລະອຽດຂອງແຕ່ລະຂະແໜງການ ພ້ອມທັງສຸ່ມໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ໃນກອງປະຊຸມຍັງໄດ້ຮັບຟັງການເຊື່ອມຊຶມເອກະສານການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ເພື່ອເປັນການຜັນ ຂະຫຍາຍທິດທາງ ແລະໜ້າທີ່ການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນການຊຸກຍູ້ສົ່ງເສີມເສດຖະກິດເອກະຊົນ ແລະ ເສດຖະກິດຮ່ວມມືຂອງປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ.