ເມືອງດາກຈຶງ ຜະລິດເຂົ້ານາງແຊງໄດ້ 770 ກວ່າໂຕນ
ໃນລະດູການຜະລິດເຂົ້ານາແຊງປີ 2021 ເມືອງດາກຈຶງສາມາດປັກດໍານາແຊງໄດ້ທັງໝົດ 203,9 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 774,82 ໂຕນ. ສ່ວນນາປີແມ່ນໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ 1
ພັນກວ່າເຮັກຕາ, ປັດຈຸບັນປັກດໍາສໍາເລັດແລ້ວ 80% ຄາດຄະເນຈະສໍາເລັດໃນກາງເດືອນສິງຫານນີ້.
ທ່ານ ໄພສະໝອນ ໄອ່ແກ້ວ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງດາກຈຶງ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2021 ຂອງຂະແໜງກະສິກໍາ ແລະປ່າໄມ້ເມືອງຜ່ານສື່ມວນຊົນເມື່ອບໍ່ດົນນີ້ວ່າ: ເມືອງດາກຈຶງ ເປັນເມືອງພູດອຍມີອາກາດໜາວເຢັນ ເຊິ່ງຕ່າງເມືອງອື່ນໆເຮັດໃຫ້ການຜະລິດບໍ່ເປັນໄປຕາມລະດູການ ໃນແຕ່ລະປີຄະນະນໍາ ກໍຄືຫ້ອງການກະສິກໍາ ແລະປ່າໄມ້ເມືອງໄດ້ນໍາພາ-ຊີ້ນໍາ ແລະຊຸກຍູ້ປະຊາຊົນ ກໍຄືຊາວກະສິກອນເພີ່ມການຜະລິດສະບຽງອາຫານ ໂດຍສະເພາະແມ່ນເຂົ້ານາແຊງ-ນາປີໃນເຂດທີ່ມີເງື່ອນໄຂໃຫ້ຫຼາຍຂຶ້ນທັງປະລິມານ ແລະຄຸນນະພາບ ເຊິ່ງໃນລະດູການຜະລິດເຂົ້ານາແຊງປີ 2021 ທົ່ວເມືອງມີເນື້ອທີ່ນາແຊງທັງໝົດ 203,9 ເຮັກຕາ, ສະມັດ ຕະພາບ 3,8 ໂຕນຕໍ່ເຮັກຕາ, ຜົນຜະລິດລວມບັນລຸໄດ້ 774,82 ໂຕນ.
ສ່ວນນາປີ, ໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ທັງໝົດ 1.041 ເຮັກຕາ, ມາຮອດປັດຈຸບັນຊາວກະສິກອນໄດ້ຂຸ້ນ ຂ້ຽວປັກດໍາສໍາເລັດແລ້ວ 832,8 ເຮັກຕາເທົ່າກັບ 80%. ນອກຈາກການປູກເຂົ້ານາປີແລ້ວ ຊາວກະສິກອນຍັງໄດ້ສຸມໃສ່ການປູກພືດສະບຽງອາຫານ ແລະພືດເປັນສິນຄ້າຕາມທ່າແຮງບົ່ມຊ້ອນຕົວຈິງຂອງແຕ່ລະທ້ອງຖິ່ນເປັນຕົ້ນແມ່ນໂສມ, ກາເຟ, ມັນຕົ້ນ, ສາລີ ຕິດພັນກັບການລ້ຽງສັດ ເພື່ອຕອບສະໜອງການບໍລິໂພກພາຍໃນໃຫ້ພຽງພໍ ແລະຂາຍເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ.
------------------------------------------------
(ຂ່າວ-ພາບ: ແກ້ວໄຊຍະວົງ)