ເຊກອງ ຮັບຮອງໜ່ວຍແມ່ຍິງ 3 ດີໄລຍະ II ໄດ້ເກືອບ 300 ໜ່ວຍ
ຂ່າວ : ບູ້ສຸວັນ
ໄລຍະຜ່ານມາ ຄະນະນໍາສະຫະພັນແມ່ຍິງແຂວງ ເຊກອງແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາໆພາສະມາຊິກ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ປະຕິບັດ ໜ້າທີ່ວຽກງານວິຊາສະເພາະ ແລະຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວວາງອອກຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ຕາມທິດ 3 ສ້າງ ໂດຍມາຮອດປະຈຸບັນໄດ້ສໍາ ເລັດການປະເມີນ ແລະຮັບຮອງເປັນໜ່ວຍສະຫະ ພັນແມ່ຍິງ 3 ດີໄດ້ 289 ໜ່ວຍກວມເອົາ 90,59% ຂອງໜ່ວຍສະຫະພັນແມ່ຍິງທັງໝົດ ທົ່ວແຂວງ.
ວັນທີ 27 ກັນຍາຜ່ານມາ ສະຫະພັນແມ່ຍິງແຂວງເຊກອງໄດ້ໄຂກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຊີ້ ນໍາໆພາວຽກງານຮອບດ້ານປະຈໍາໄຕມາດ III (ເດືອນ 7.8.9) ແລະວາງແຜນການປະຈໍາໄຕມາດທີ IV ປີ 2019 ຂຶ້ນທີ່ຫ້ອງປະຊຸມຊັ້ນ III ຕຶກອົງການຈັດຕັ້ງມະຫາຊົນ ໂດຍມີທ່ານ ນາງ ວິໄລວັນ ດາລາສິນ ປະທານສະຫະພັນແຂວງ; ພ້ອມນີ້ ກໍມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ໜ່ວຍຮາກຖານອ້ອມຂ້າງແຂວງ ແລະເມືອງລະມາມເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ເພັດດາແກ້ວ ພົນສະລາດ ຮອງປະທານສະຫະພັນແມ່ຍິງແຂວງໄດ້ລາຍງານໃຫ້ ຮູ້ວ່າ: ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ-ເມືອງ ແລະບັນດາພະແນກການໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ-ແມ່ຍິງບັນດາເຜົ່າດ້ວຍຮູບການຕ່າງໆເປັນຕົ້ນການຈັດຝຶກອົບຮົມສໍາມະນາ, ຈັດກອງປະຊຸມປາຖະກະຖາມູນເຊື້ອ ແລະເຜີຍແຜ່ມະຕິ, ຄໍາສັ່ງຂອງພັກ-ລັດ ເພື່ອແນໃສ່ເຮັດໃຫ້ສະມາຊິກສະຫະພັນແມ່ ຍິງ-ຍິງບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ ແລະຈັດຕັ້ງປະຕິບັດໜ້າທີ່ວຽກງານຄວາມຮັບຜິດຊອບຂອງຕົນພາຍ ໃຕ້ລະບຽບກົດໝາຍຢ່າງຖືກຕ້ອງ.
ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາໆພາປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະວຽກງານຂະບວນການຂໍ້ ແຂ່ງຂັນ 3 ດີຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕາມທິດ 3 ສ້າງທີ່ສູນກາງພັກວາງອອກຢ່າງເປັນຂະ ບວນຟົດຟື້ນ ໂດຍທົ່ວແຂວງເຊກອງມີໜ່ວຍສະຫະພັນແມ່ຍິງຮາກຖານທັງໝົດ 319 ໜ່ວຍ, ມີສະມາຊິກສະຫະພັນແມ່ ຍິງທັງໝົດ 17.162 ຄົນ ໃນນີ້ຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີທັງໝົດ 289 ໜ່ວຍ, ໄດ້ຮັບຮອງເປັນພົນລະ ເມືອດີ 16.674 ຄົນ, ພັດທະນາດີ 15.469 ຄົນ ແລະສ້າງຄອບຄົວດີ 15.804 ຄົນ.
ສ່ວນແຜນການໃນຕໍ່ໜ້າ, ທ່ານຮອງປະທານສະຫະພັນແມ່ຍິງແຂວງ ກ່າວວ່າ: ສືບຕໍ່ສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ແລະຂະຫຍາຍສະ ມາຊິກສະຫະພັນແມ່ຍິງໃຫ້ຫຼາຍຂຶ້ນຮັບໄດ້ທັງປະລິມານ ແລະຄຸນນະພາບ; ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ດີຕິດພັນກັບຂະ ບວນການຮັກຊາດພັດທະນາຕາມທິດ 3 ສ້າງທີ່ສູນກາງພັກວາງອອກ; ປຸກລະດົມຂະບວນການແມ່ຍິງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງແຂວງ-ເມືອງຕິດພັນກັບການພັດທະນາຕົນເອງ, ຄອບຄົວ ແລະການຈັດຕັ້ງໃຫ້ມີຜົນສໍາ ເລັດອັນໃໝ່ທີ່ດີກວ່າເກົ່າ.