ລະມາມ ປຶກສາຫາລືກ່ຽວກັບການຂຽນບົດສະເໜີໂຄງການເພື່ອຂໍການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ
#ຂ່າວ:ດາວສະຫວັນ ລາຍງານ
ໃນຕອນເຊົ້າຂອງວັນທີ 23 ມັງກ່ອນ 2018 ນີ້ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງລະມາມໄດ້ຈັດກອງປະຊຸມ ປຶກສາຫາລືຄົ້ນຄວ້າກ່ຽວກັບການຂຽນບົດສະເໜີໂຄງການ ເພື່ອຂໍການຊ່ວຍເຫຼືອຈາກລັດຖະບານ ສປຈີນ ໂດຍການເຂົ້າຮ່ວມ ຂອງທ່ານ ບຸນນອງ ຄຳພູມີ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ພ້ອມດ້ວຍຫົວໜ້າ,ຮອງ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນປຶກສາຫາລືໃນການຂຽນ,ການສັງລວມບັນດາໂຄງການຊ່ວຍເຫຼືອທາງ ການເພື່ອການພັດທະນາເຊິ່ງມີຂົງເຂດຮ່ວມມືຈຸດສຸມດ້ານການຊ່ວຍເຫຼືອຄື: ການໃຫ້ຄຳປຶກສາດ້ານການວາງແຜນ, ຂົງເຂດການປິ່ນປົວ, ຂົງເຂດສຶກສາ, ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ຂົງເຂດພື້ນຖານໂຄງລ່າງ, ຂົງເຂດການຄ້າ, ຂົງເຂດກະສິກຳ, ຂົງເຂດຫຼຸດຜ່ອນ ຄວາມທຸກຍາກ, ຂົງເຂດການທ່ອງທ່ຽວ, ຂົງເຂດການປ້ອງກັນສິ່ງແວດລ້ອມ, ຂົງເຂດການບູລະນະຮັກສາບູຮານວັດຖຸ, ຂົງເຂດດ້ານ ການກໍ່ສ້າງຄວາມອາດສາມາດ ແລະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ.
ທັງນີ້ກໍ່ເພື່ອເຮັດໃຫ້ບັນດາຂະແໜງການ,ຫ້ອງການ ທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າໃຈໃນການຂຽນບົດສະເໜີໂຄງການເພື່ອຂໍການ ຊ່ວຍເຫຼືອຈາກລັດຖະບານ ສປຈີນ ເພື່ອມາພັດທະນາບັນດາໜ້າວຽກຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.