ລະມາມ: ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ
#ໜູໄຊ ສັກພາສິດ ລາຍງານ 99143602
ໃນຕອນເຊົ້າຂອງວັນທີ 13 ທັນວາ 2017 ຜ່ານມານີ້: ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງລະມາມ ໄດ້ຈັດພິທີ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ເມືອງລະມາມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ປອ ແພງສີ ສີລາວີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງ ລະມາມ, ມີຄະນະພັກກອງບັນຊາການ, ຫົວໜ້າຫ້ອງການ-ຮອງຫ້ອງການ, ພະນັກງານ-ວິຊາການ ແລະບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ອາພັບ ຖິ່ນອົງແກ້ວ ຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2287/ປກສ, ລົງວັນທີ 29 ພະຈິກ 2017 ວ່າດ້ວຍ: ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ເມືອງ ລະມາມ, ໃນນີ້ ເລື່ອນຊັ້ນ ພັຕ ຂຶ້ນ ພັທ ມີ 3 ສະຫາຍ ເປັນຕົ້ນແມ່ນ: ສະຫາຍ ຮຽມ ໄຊຍະລາດ ຫົວໜ້າກອງບັນຊາການ ປກສ ເມືອງ ລະມາມ; ສະຫາຍ ແກ້ວ ປະເສີດ ພອນເທພາ ຮອງກອງບັນຊາການ ປກສ ເມືອງ ລະມາມ; ສະຫາຍ ສັນມະລາ ຂຸນພິຊິດ ຮອງກອງບັນຊາການ ປກສ ເມືອງ ລະ ມາມ.
ໂອກາດນີ້ ສະຫາຍ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນ ໜັກໃຫ້ຄະນະພັກ ແລະ ນາຍຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ສືບຕໍ່ເອົາແນວທາງໄປຜັນຂະຫຍາຍໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ໃຫ້ກຳແໜ້ນແນວທາງຂອງພັກ-ລັດວາງອອກ, ຫັນເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລົງສູ່ຮາກຖານ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ, ສຶບຕໍ່ຊຸກຍູ້ວຽກງານການພັດທະນາເສດຖະກິດໃຫ້ພັດທະນາດີຂຶ້ນເປັນກ້າວໆ.