ພຜທ ເຊກອງ ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 42 ປີ
#ຂ່າວ-ພາບ: ນາລີວັນ
ພິທີປາຖະກະຖາ ລະນຶກເຖີງວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ 02 ທັນວາ 1975 – 02 ທັນວາ 2017 ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ 13 ທັນວາ 1920 – 13 ທັນວາ 2017 ຂຶ້ນໃນຕອນເຊົ້າວັນທີ 30 ພະຈິກ 2017 ນີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໃຫ້ກຽດປາຖະກະຖາໂດຍທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກ ແຜນການ ແລະການລົງທຶນ (ພຜທ) ແຂວງເຊກອງ ໂດຍມີບັນດາຄະນະພັກ-ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.
ເຊິ່ງທ່ານ ຫົວຫນ້າ ພຜທ ໄດ້ຍົກໃຫ້ເຫັນວ່າ: ໂດຍສືບທອດມູນເຊື້ອອັນອົງອາດ, ກ້າແກ່ນບໍ່ຍອມຈຳນົນ, ນ້ຳໃຈຄຽດແຄ້ນອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງບັນພະບູລຸດລາວໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບພວກສັກດີນາຕ່າງດ້າວ, ຈັກກະພັດລ່າເມືອງຂຶ້ນຢູ່ຫຼາຍທ້ອງຖິ່ນເຊັ່ນ: ຂະບວນການຕໍ່ສູ້ຂອງພໍ່ກະດວດ ປີ1901-1902, ອົງແກ້ວ ແລະອົງກົມມະດຳ ປີ1910-1937, ເຈົ້າຟ້າປັດໄຈປີ1918-1922 ແລະ ຂະບວນການຕໍ່ສູ້ອື່ນໆ ແຕ່ກໍ່ບໍ່ໄດ້ຮັບໄຊຊະນະ ຍ້ອນວ່າບໍ່ທັນມີພັກນຳພາ ແລະບໍ່ມີແນວທາງຕໍ່ສູ້ທີ່ຖືກຕ້ອງ, ນັບແຕ່ພັກປະຊາຊົນ ປະຕິວັດລາວໄດ້ສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955, ພັກໄດ້ນຳພາປະຊາຊົນບັນດາເຜົ່າ ສາມັກຄີຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ, ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນໄດ້ຮັບໄຊຊະນະສົມບູນ ແລະສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເຊິ່ງເປັນລັດປະຊາທິປະໄຕ ປະຊາຊົນ, ລັດແຫ່ງອຳນາດຂອງປະຊາຊົນ ແລະເພື່ອປະຊາຊົນຢ່າງແທ້ຈິງ, ວັນທີ 2 ທັນວາ ແມ່ນວັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະຊາຊົນລາວມີເອກະລາດສົມບູນ, ມີອະທິປະໄຕຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ, ຖານະທຽບເທົ່າກັບປະເທດອື່ນໆໃນເວທີປະຊາຄົມໂລກ, ແມ່ນວັນແຫ່ງສັນຕິພາບ ແລະວັນແຫ່ງການກ້າວຂຶ້ນສູ້ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.
ຈາກນັ້ນ, ກໍໄດ້ຮັບຟັງປະຫວັດການເຄື່ອນໄຫວອັນເດັດດຽ່ວອົງອາດກ້າຫານຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນເຄົາລົບຮັກຂອງລາວເຮົາ ຈາກທ່ານ ວັນນະວົງ ພົນສາລາດ ຮອງຫົວໜ້າ ພຜທ ແຂວງ ເຊກອງ ເຊິ່ງທ່ານໄດ້ກ່າວວ່າ: ທ່ານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13/12/1920 ທີ່ບ້ານ ນາເຊັງ, ເມືອງ ຄັນທະບູລີ, ແຂວງ ສະຫວັນນະເຂດ, ກຳເນີດໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະແມ່ເປັນຊາວນາ ທີ່ຍຶດໝັ້ນໃນຫຼັກທຳຄຳສອນຂອງພຸດທະສາສະໜາ ແລະຮີດຄອງປະເພນີລາວ, ເມື່ອອາຍຸໄດ້ 7 ປີເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາລາວ ຕໍ່ມາຮຽນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະຮຽນໄດ້ຄະແນນດີ, ພາຍຫຼັງຈົບຊັ້ນປະຖົມພາສາຝຣັ່ງທີ່ສະຫວັນນະເຂດ ເພິ່ນໄດ້ຮຽນຕໍ່ທີ່ວິທະຍາໄລໂປຣເຕັກໂຕຣາ ( ອາລັກຂາ ) ທີ່ຮ່າໂນ້ຍປະເທດຫວຽດນາມ, ໃນຊຸມປີ 1936-1939 ເພິ່ນໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ເລັ່ງທວງເອົາສິດເສລີພາບ ແລະປະຊາທິປະໄຕຢູ່ນະຄອນຫຼວງຮ່າໂນ້ຍ, ເພິ່ນມັກຊອກຮຽນຮູ້ສິ່ງໃໝ່ໆ ໂດຍສະເພາະມັກອ່ານໜັງສືພິມ “ ເລິຕຣາວາຍ ” ແຮງງານ, ເຊິ່ງເປັນກະບອກສຽງຂອງພັກກອມມູນິດອິນດູຈີນ, ພ້ອມນັ້ນເພິ່ນຍັງໄດ້ຮຽນມວຍຫວຽດນາມ, ຈີນ, ຢູໂດເພື່ອປ້ອງກັນໂຕ, ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນສະມາຊິກສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທຳອິດຂອງການເຂົ້າສູ່ເສັ້ນທາງປະຕິວັດ, ຕໍ່ມາໄດ້ເຂົ້າຮ່ວມຂະບວນການຢຶດອຳນາດການປົກຄອງ ຈາກກຳມືຂອງພວກຍີ່ປຸ່ນ ຢູ່ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945. ຍ້ອນເພິ່ນໄດ້ຮັບການຝຶກຝົນຢ່າງລະອິດລະອ້ຽວ ໃນຂະບວນການປະຕິວັດ, ໃນວັນທີ 6 ມັງກອນ 1949 ໄດ້ສະໝັກເຂົ້າເປັນສະມາຊິກພັກຄອມມູ ນິດອິນດູຈີນ ແລະເປັນສະມາຊິກພັກ ສົມບູນໃນວັນທີ 28 ກໍລະກົດ 1949 ຕັ້ງແຕ່ນັ້ນມາ ປະທານ ໄກສອນ ໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ,ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະບໍ່ທໍ້ຖອຍ, ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະໄພຂົ່ມຂູ່ໃດໆທັງຊິ້ນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I – V ຂອງພັກ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະໃນເດືອນ ສິງຫາ ປີ 1991 ເລືອກຕັ້ງເປັນ ປະທານປະເທດແຫ່ງ ສ.ປ.ປ ລາວ.
ໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາກຽວກັບຊີວິດ ແລະການເຄື່ອນໄຫວປະຕິວັດຂອງທ່ານຟຣິກ ອັງແກນ ຄົບຮອບ 197 ປີ ແລະເອກະສານວັນມະຫາປະຕິວັດເດືອນຕຸລາ ຣັດເຊຍ ຄົບຮອບ 100 ປີ ຕື່ມອີກຈາກທ່ານ ເງິນສີ ຄຸມມະວົງ ຫົວໜ້າສູນສະຖິຕິປະຈໍາແຂວງເຊກອງ.